ໃນລາຍການ, ຄະນະປະຕິບັດງານໄດ້ມອບຂອງຂວັນເກືອບ 800 ພູດ ລວມມູນຄ່າເກືອບ 1,4 ຕື້ດົງ (53.100 USD) ມອບໃຫ້ບັນດາຄອບຄົວນະໂຍບາຍ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ, ຄອບຄົວປະສົບກັບຄວາມຫຍຸ້ງຍາກ, ບັນດານັກຮຽນທຸກຍາກແຕ່ຮຽນເກັ່ງ; ມອບຂອງຂວັນທີ່ມີຄວາມໝາຍເຖິງບັນດາອົງການ, ຫົວໜ່ວຍ, ໂຮງຮຽນອະນຸບານ, ປະຖົມ, ມັດທະຍົມໃນບໍລິເວນຕາແສງ ຈ່ຽງເຊີນ ແລະ ຫຼອງເຊີບ ເນື່ອງໃນໂອກາດບຸນປີໃໝ່ ແລະ ລະດູບານໃໝ່ວຽນມາ.
ກ່າວຄຳເຫັນໃນພິທີ, ທ່ານພົນຈັດຕະວາ ຫງວຽນດິ່ງຈູງ, ກຳມະການການເມືອງວິທະຍາຄານວິທະຍາສາດການທະຫານ, ໃຫ້ຮູ້ວ່າ:
“ລາຍການລະດູບານໃໝ່ເຂດຊາຍແດນ ແມ່ນການເຄື່ອນໄຫວທີ່ມີຄວາມໝາຍດ້ານການເມືອງ, ສັງຄົມ ແລະ ວັດທະນະທຳມະນຸດທີ່ເລິກເຊິ່ງ, ແມ່ນການຫັນແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍຂອງລັດເປັນອັນລະອຽດມຸ່ງໄປເຖິງເລື່ອງນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນ ແລະ ກຳລັງປະກອບອາວຸດເຂດຊາຍແດນຂອງປະເທດຊາດໃນແຕ່ລະໂອກາດບຸນປີໃໝ່ວຽນມາ”.
ສ່ວນທ່ານ ເລຈ້ອງບິ່ງ, ເລຂາພັກ, ປະທານສະພາປະຊາຊົນຕາແສງ ຈ່ຽງເຊີນ, ຢັ້ງຢືນວ່າ:
“ລາຍການ “ລະດູບານໃໝ່ເຂດຊາຍແດນ” ບໍ່ພຽງແຕ່ນຳມາເຊິ່ງຂອງຂວັນທາງດ້ານວັດຖຸເທົ່ານັ້ນ, ຫາກລ້ຳຄ່າກວ່ານັ້ນແມ່ນນ້ຳໃຈຄວາມຮັກແພງ, ການແບ່ງປັນ ແລະ ຈິດໃຈສາມັກຄີລະຫວ່າງທະຫານກັບປະຊາຊົນ, ແມ່ນສາຍຈິດມິດໃຈຢ່າງເລິກເຊິ່ງມຸ່ງໄປເຖິງປະຊາຊົນທ້ອງຖິ່ນເຂດຊາຍແດນຂອງປະເທດຊາດ. ຂອງຂວັນແຕ່ພູດ ເຊິ່ງຄະນະປະຕິບັດງານມອບໃຫ້ບັນດາຄອບຄົວທຸກຍາກ, ຄອບຄົວໃກ້ຂັ້ນທຸກຍາກ, ຄອບຄົວນະໂຍບາຍ,.... ຈະປະກອບສ່ວນຊ່ວຍໃຫ້ປະຊາຊົນມີເງື່ອນໄຂຕ້ອນຮັບບຸນປີໃໝ່, ລະດູບານໃໝ່ດ້ວຍຄວາມອົບອຸ່ນ ແລະ ເບີກບານມ່ວນຊື່ນກວ່າ”.









