• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນຳ​ວົງ​ເງິນ​ການ​ຄ້າ ຫວຽດ​ນາມ ມາ​ເລ​ເຊຍ​ບັນ​ລຸ​ລະ​ດັບ 20 ຕື້ USD ໂດຍ​ໄວ

ສອງ​ຝ່າຍ​ເປີດ​​ຕະຫຼາດ​ສິນ​ຄ້າ​ຂອງ​ກັນກວ່າ​ອີກ, ເປັນ​ຕົ້ນ​ແມ່ນ​ ກະ​ສິ​ກຳ, ສິນ​ໃນ​ນ້ຳ, ອຸດ​ສາ​ຫະ​ກຳ​ສະ​ບຽງ​ອາ​ຫານ, ຜະ​ລິດ​ຕະ​ພັນເຄື່ອງ​ອາ​ໄຫຼ່​ເອ​ເລັກ​ໂຕ​ນິກ, ວັດ​ຖຸ​ກໍ່​ສ້າງ… ເພື່ອ​ນຳ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍໃຫ້​ບັນ​ລຸ​ລະ​ດັບ 20 ຕື້ USD ຕາມ​ທິດ​ດູ່ນ​ດ່ຽງກວ່າ​ອີກ.
ທ່ານ​ ເລ​ມິ​ງ​ຮຶງ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ​ຕ້ອນ​ຮັບ​ທ່ານTan Yang Thai ​ເອກ​ອັກ​ຄະ​ລັດ​ຖະ​ທູດ ມາ​ເລ​ເຊຍ ປະ​ຈຳ ຫວຽດ​ນາມ (ພາບ: VNA)

ຕອນ​ບ່າຍ​ວັນທີ 6 ສິງ​ຫາ, ຢູ່​ຮ່າ​ໂນ້ຍ, ທີ່​ການ​ຕ້ອນ​ຮັບ​ທ່ານTan Yang Thai ​ເອກ​ອັກ​ຄະ​ລັດ​ຖະ​ທູດ ມາ​ເລ​ເຊຍ ເຂົ້າ​ຢ້ຽມ​ອຳ​ລາ​ເນື່ອງ​ໃນ​ໂອ​ກາດ​ສິ້ນ​ສຸດ​ການ​ປະ​ຕິ​ບັດ​ໜ້າ​ທີ່​ການ​ທູດ​ຢູ່ ຫວຽດ​ນາມ, ທ່ານ​ ເລ​ມິ​ງ​ຮຶງ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ໄດ້​ຕີ​ລາ​ຄາ​ສູງ​ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ ທີ່​ໄດ້​ປະ​ຕິ​ບັດ​ສຳ​ເລັດ​ໜ້າ​ທີ່​ຢູ່ ຫວຽດ​ນາມ​ເປັນ​ຢ່າງ​ດີເດັ່ນ ໃນ​ໄລ​ຍະ​ກວ່າ 3 ປີ​ຜ່ານ​ມາ, ​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າໃນ​ການ​ຊຸກ​ຍູ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ທຸກ​ຂົງ​ເຂດ. ທ່ານ​​ ເລ​ມິ​ງ​ຮຶງ ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເໜີ​ສອງ​ຝ່າຍ​ເປີດ​​ຕະຫຼາດ​ສິນ​ຄ້າ​ຂອງ​ກັນກວ່າ​ອີກ, ເປັນ​ຕົ້ນ​ແມ່ນ​ ກະ​ສິ​ກຳ, ສິນ​ໃນ​ນ້ຳ, ອຸດ​ສາ​ຫະ​ກຳ​ສະ​ບຽງ​ອາ​ຫານ, ຜະ​ລິດ​ຕະ​ພັນເຄື່ອງ​ອາ​ໄຫຼ່​ເອ​ເລັກ​ໂຕ​ນິກ, ວັດ​ຖຸ​ກໍ່​ສ້າງ… ເພື່ອ​ນຳ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍໃຫ້​ບັນ​ລຸ​ລະ​ດັບ 20 ຕື້ USD ຕາມ​ທິດ​ດູ່ນ​ດ່ຽງກວ່າ​ອີກ.

ທ່ານTan Yang Thai ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຢັ້ງ​ຢືນ​ວ່າ ມາ​ເລ​ເຊຍ​ປາດ​ຖະ​ໜາ​ຢາກ​ຊຸກ​ຍູ້​ການ​ພົວ​ພັນສອງ​ປະ​ເທດໃຫ້​ພັດ​ທະ​ນາ​​ແຮງກວ່າ​ອີກ, ເປັນ​ຕົ້ນ​ແມ່ນ​ໃນບັນ​ດາ​ຂົງ​ເຂດທີ່​ສອງ​ປະ​ເທດ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ ແລະ ມີ​ທ່າ​ແຮງ​ຄື: ນ້ຳ​ມັນ​ອາຍ​ແກັດ, ກະ​ສ​ິ​ກຳ, ການ​ສຶກ​ສາ ບຳ​ລຸງ​ສ້າງ, ການ​ເຫັນ​ເປັນ​ດີ​ຈີ​ຕອນ, ຄວາມ​ໝັ້ນ​ຄົງ​ດີ​ຈີ​ຕອນ, ວິ​ທະ​ຍາ​ສາດ ເຕັກ​ໂນ​ໂລ​ຢີ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ສອງ​ປະ​ເທດ​ຈະ​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ຊຸກ​ຍູ້ ອາ​ຊຽນ ໃຫ້ສາ​ມັກ​ຄີ​ພັດ​ທະ​ນາ, ແກ້​ໄຂ​ການ​ຂັດ​ແຍ້ງ​ກັນ​ໂດຍ​ສັນ​ຕິ​ວິ​ທີ ແລະ ກົດ​ໝາຍ​ສາ​ກົນ, ໃນ​ນັ້ນ​ມີ​ສົນ​ທິ​ສັນ​ຍາ​ສາ​ກົນ​ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 (UNCLOS 1982).

(ແຫຼ່ງຄັດຈາກ VOV)

ຊຸກຍູ້ການຮ່ວມມືຮອບດ້ານ ຫວຽດນາມ ແລະ ໄທ

ຊຸກຍູ້ການຮ່ວມມືຮອບດ້ານ ຫວຽດນາມ ແລະ ໄທ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ປາດ​ຖະ​ໜາ​ວ່າ ໄທ​ ຈະ​ສືບ​ຕໍ່​ເອົາ​ໃຈ​ໃສ່, ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ປະ​ຊາ​ຄົມ​ວ​ິ​ສາ​ຫະ​ກິດ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່ ໄທ ຮ່ຳ​ຮຽນ, ດຳ​ລົງ​ຊີ​ວິດ ແລະ ເຮັດ​ວຽກ​ຢູ່​ໄທ.

Top