• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນຳ​ວິ​ທະ​ຍາ​ຄານ​ປ້ອງ​ກັນ​ຊາດ ກາຍ​ເປັນ​ສູນ​ເສ​ນາ​ທິ​ການ​ຍຸດ​ທະ​ສາດ ແຖວ​ໜ້າ​ກ່ຽວ​ກັບ​ການ​ທະ​ຫານ, ການ​ປ້ອງ​ກັນ​ຊາດ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ສະ​ເໜີ ສະ​ຖາ​ບັນ​ສ້າງ​ບາດ​ກ້າວ​ບຸກ​ທະ​ລຸ​ກ່ຽວ​ກັບ​ຄຸນ​ນະ​ພາບ​ການ​ບຳ​ລຸງ​ສ້າງ​ພະ​ນັກ​ງານບັນ​ດາ​ຍຸດ​ທະ​ສາດ ແລະ ພະ​ນັກ​ງານ​ຂັ້​ນ​ສູງ​ຂອງ​ພັກ, ລັດ, ກຳ​ລັງ​ປະ​ກອບ​ອາ​ວຸດ​ຕິດ​ພັນ​ກັບ​ການ​ຍົກ​ສູງ​ຄຸນ​ນະ​ພາບ​ການ​ຄົ້ນ​ຄ້​ວາ​ວິ​ທະ​ຍ​ສາດ.
  ທ່ານ​ ເລ​ມິງ​ຮຶງ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ກ່າວ​ຄຳ​ເຫັນ​ທີ່​ພິ​ທີ (ພາບ: VNA)  
  ທ່ານ​ ເລ​ມິງ​ຮຶງ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ກ່າວ​ຄຳ​ເຫັນ​ທີ່​ພິ​ທີ (ພາບ: VNA)  

ຕອນ​ເຊົ້າ​ວັນ​ທີ 15 ກັນ​ຍາ, ຢູ່​ຮ່າ​ໂນ້ຍ, ທ່ານ​ ເລ​ມິງ​ຮຶງ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ໄດ້​ເຂົ້າ​ຮ່ວມ​ພິ​ທີ​ໄຂ​ສົກ​ຮຽນ 2026 – 2027 ຂອງວິ​ທະ​ຍາ​ຄານ​ການ​ປ້ອງ​ກັນ​ຊາດ, ສູນ​ບຳ​ລຸງ​ສ້າງພະ​ນັກ​ງາ​ນ​ຂັ້ນ​ສູງ ແລະ ຄົ້ນ​ຄ້​ວາ​ວິ​ທະ​ຍາ​ສາດ​ການ​ທະ​ຫານ, ການ​ປ້ອງ​ກັນ​ຊາດ​ແຖວ​ໜ້າ​ຂອງກອງ​ທັບ ແລະ ປະ​ເທດ​ຊາດ.

ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເໜີ ສະ​ຖາ​ບັນ​ສ້າງ​ບາດ​ກ້າວ​ບຸກ​ທະ​ລຸ​ກ່ຽວ​ກັບ​ຄຸນ​ນະ​ພາບ​ການ​ບຳ​ລຸງ​ສ້າງ​ພະ​ນັກ​ງານບັນ​ດາ​ຍຸດ​ທະ​ສາດ ແລະ ພະ​ນັກ​ງານ​ຂັ້​ນ​ສູງ​ຂອງ​ພັກ, ລັດ, ກຳ​ລັງ​ປະ​ກອບ​ອາ​ວຸດ​ຕິດ​ພັນ​ກັບ​ການ​ຍົກ​ສູງ​ຄຸນ​ນະ​ພາບ​ການ​ຄົ້ນ​ຄ້​ວາ​ວິ​ທະ​ຍ​ສາດ. ທ່ານ​ໃຫ້​ຮູ້​ວ່າ:

ສະ​ຖ​າ​ບັນ​ບໍ່​ພຽງ​ແຕ່​​ປັບ​ປຸງຫຼັກ​ສູດ​ການ​ສອນ​ໃຫ້​ສົມ​ບູນ​ແບບ​ເທົ່າ​ນັ້ນ ຫາກ​ຍັງ​ຕ້ອງ​ເຮັດ​ແຈ້ງ​ບັນ​ດາ​ບັນ​ຫາ​ໃໝ່​ກ່ຽວ​ກັບ​ຈິນ​ຕະ​ນາ​ການ, ເປົ້າ​ໝາຍ, ວິແມ່ນ​ທີ​ການ ແລະ ແຫຼ່ງ​ກຳ​ລັງ​ເພື່ອ​ປົກ​ປ້ອງ​ປະ​ເທດ​ຊາດ. ​ປະ​ກອບ​ ຈິນ​ຕະ​ນາ​ການ​ຍຸດ​ທະ​ສາດ, ຄວາມ​ສາ​ມາດ, ລະ​ດັບ​ຄວາມ​ຮູ້, ຄຸນ​ນະ​ທາດ ໃຫ້​ແກ່​ນັກ​ສຳ​ມະ​ນາ​ກອນ​​ເພື່ອ​ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ໃນ​ສະ​ພາບ​ການ​ໃໝ່. ສ້າງ​ບາດ​ກ້າ​ວ​ບຸກ​ທະ​ລຸ ກ່ຽວ​ກັບ​ຄຸນ​ນະ​ພາບ​ການ​ບຳ​ລຸງ​ສ້າງ ພະ​ນັກ​ງານບັ້ນ​ຮົບ​ຍຸດ​ທະ​ສາດ ແລະ ພະ​ນັກ​ງານ​ຂັ້ນ​ສູງ​ຂອງ​ພັກ, ລັດ, ກຳ​ລັ​ງ​ປະ​ກອບ​ອາ​ວຸດ​ຕິດ​ພັນ​ກັບ​ການ​ຍົກ​ສູງ​ຄຸນ​ນະ​ພາບ​ການ​ຄົ້ນ​ຄ້​ວາ​ວິ​ທະ​ຍາ​ສາດ​ໃຫ້ຫຼາຍກວ່າ​ອີກ, ນຳ​ວິ​ທະ​ຍາ​ຄານ​ກາຍ​ເປັນ​ສູນ​ເສ​ນາ​ທິ​ການ​ຍຸດ​ທະ​ສາດ​ແຖວ​ໜ້າ​ກ່ຽວ​ກັບ​ການ​ທະ​ຫານ, ການ​ປ້ອງ​ກັນ​ຊາດ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ສ້າງທ່າ​ຮົບ​ແຫ່ງ​ຈິດ​ໃຈ​ປະ​ຊາ​ຊົນ​ສາ​ກົນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ສ້າງທ່າ​ຮົບ​ແຫ່ງ​ຈິດ​ໃຈ​ປະ​ຊາ​ຊົນ​ສາ​ກົນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທ​ານ​ປະ​ເທດ ຊີ້​ແຈ້ງວ່າ​ກອງ​ປະ​ຊຸມ​ຄັ້ງ​ທີ XIV ຂອງ​ພັກ​ເປັນ​ຄັ້ງ​ທຳ​ອິດ​ກຳ​ນົດ “ຍູ້​ແຮງ​ການ​ທູດ, ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ແມ່ນ​ບັນ​ຫາ​ຈຸດ​ສຸມ, ເປັນ​ປະ​ຈຳ”.

Top