• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນຳ​ການ​ພົວ​ພັນ​ຄູ່​ຮ່ວ​ມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ​ຫວຽດ​ນາມ - ອາ​ເມ​ລິ​ກາ​ພັດ​ທະ​ນາ​ເປັນ​ປົກ​ກະ​ຕິ, ແທ້​ຈິງ, ມີ​ປະ​ສິດ​ທິ​ຜົນ

ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ ຫວຽດນາມ - ອາເມລິກາ ມີການພັດທະນາເປັນປົກກະຕິ, ແທ້ຈິງ, ມີປະສິດທິຜົນ, ທ່ານສະເໜີສອງຝ່າຍເພີ່ມທະວີການແລກປ່ຽນຄະນະຜູ້ແທນ ແລະ ພົບປະຂັ້ນສູງ.
ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ (ພາບ: TTXVN)

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມ ໄຂສະພາສັນຕິພາບ ກ່ຽວກັບເຂດກາຊາ ຢູ່ນະຄອນຫຼວງ ວໍຊິງຕັນ, ອາເມລິກາ, ຕອນເຊົ້າວັນທີ 20 ກຸມພາ, ຕາມເວລາທ້ອງຖິ່ນ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ມີການພົບປະກັບທ່ານປະທານາທິບໍດີ ອາເມລິກາ Donald Trump ຢູ່ທຳນຽບຂາວ. ນະທີ່ນີ້, ທ່ານເລຂາທິການໃຫຍ່ ໂຕເລິມ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ ຫວຽດນາມ - ອາເມລິກາ ມີການພັດທະນາເປັນປົກກະຕິ, ແທ້ຈິງ, ມີປະສິດທິຜົນ, ທ່ານສະເໜີສອງຝ່າຍເພີ່ມທະວີການແລກປ່ຽນຄະນະຜູ້ແທນ ແລະ ພົບປະຂັ້ນສູງ.

ກ່ຽວກັບການແລກປ່ຽນດ້ານເສດຖະກິດ - ການຄ້າ, ທ່ານເລຂາທິການໃຫຍ່ ປາດຖະໜາຢາກສອງຝ່າຍສືບຕໍ່ສົນທະນາຢ່າງກົງໄປກົງມາ, ແທ້ຈິງ ກ່ຽວກັບບັນດາບັນຫາຍັງຄົງຄ້າງບົນຈິດໃຈສົມດູນ, ກົມກຽວຜົນປະໂຫຍດ, ເໝາະສົມກັບເງືອນໄຂ ແລະ ຜົນປະໂຫຍດອັນຊອບທຳຂອງແຕ່ລະຝ່າຍ, ເພື່ອຜົນປະໂຫຍດຂອງວິສາຫະກິດ ແລະ ປະຊາຊົນສອງປະເທດ.

ທ່ານປະທານາທິບໍດີ Donald Trump ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາຂອງ ອາເມລິກາ ສະໜັບສະໜູນ ຫວຽດນາມ ເຂັ້ມແຂງ, ເອກະລາດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ວັດທະນາຖາວອນ”, ຕີລາຄາສູງເລື່ອງທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມກອງປະຊຸມໄຂສະພາສັນຕິພາບກ່ຽວກັບເຂດກາຊາ, ທ່ານຖືວ່າສິ່ງນີ້ສະແດງໃຫ້ເຫັນທີ່ຕັ້ງ, ຖານະບົດບາດນັບມື້ນັບສູງຂຶ້ນຂອງ ຫວຽດນາມ ບົນເວທີສາກົນ, ກໍ່ຄືຄຳໝັ້ນສັນຍາຢ່າງແຮງຂອງ ຫວຽດນາມ ຕໍ່ສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືທົ່ວໂລກ.

ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເຊື້ອເຊີນທ່ານປະທານາທິບໍດີ ແລະ ພັນລະຍາມາຢ້ຽມຢາມ ຫວຽດນາມຄືນໃໝ່. ທ່ານປະທານາທິບໍດີ Donald Trump ໄດ້ຮັບຄຳເຊື້ອເຊີນ ແລະ ໃຫ້ຮູ້ວ່າຈະມາຢ້ຽມຢາມຫວຽດນາມໃນໄວໆນີ້.

(ແຫຼ່ງຄັດຈາກ VOV)

ທ່ານ Trump ຕຳ​ໜິ​ຕິ​ຕຽ​ນ​ຂໍ້​ຕົກ​ລົງ​ຂອງ​ສານ​ສູງ​ສຸດ, ປະ​ກາດ​ຍັງ​ຈັດ​ວາງ​ ​ອັດ​ຕາ​ພາ​ສີ 10%

ທ່ານ Trump ຕຳ​ໜິ​ຕິ​ຕຽ​ນ​ຂໍ້​ຕົກ​ລົງ​ຂອງ​ສານ​ສູງ​ສຸດ, ປະ​ກາດ​ຍັງ​ຈັດ​ວາງ​ ​ອັດ​ຕາ​ພາ​ສີ 10%

ທ່ານ Donald Trump ຖືວ່າ, ສານບໍ່ພຽງແຕ່ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງພຽງພໍ ເພື່ອປົກປ້ອງຜົນປະໂຫຍດແຫ່ງຊາດ, ເນັ້ນໜັກວ່າການຕັດສິນຂອງ ສ່ວນຫຼາຍຜູ້ພິພາກສາ ອາດສາມາດກໍ່ຜົນກະທົບຢ່າງຫຍໍ້ທໍ້ຕໍ່ຄວາມສາມາດປົກປ້ອງຜົນປະໂຫຍດດ້ານເສດຖະກິດຂອງ ອາເມລິກາ.

Top