• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນຳໃຊ້ລະບົບບັນດາເຂດອະນຸລັກຮັກສາຄືດັ່ງມາດຕະການຫຼຸດຜ່ອນ,ຮັບມືກັບການປ່ຽນແງປຂອງດິນຟ້າອາກາດຢູ່ຫວຽດນາມ

      ເນື່ອງໃນໂອກາດກອງປະຊຸມສະມັດຊາໃຫຍ່ກອງທຶນສິ່ງແວດລ້ອມທົ່ວໂລກ (GEF) ຄັ້ງທີ 6 ພວມດຳເນີນຢູ່ນະຄອນດ່ານັ້ງ ໃນລະຫວ່າງວັນທີ 23 – 29 ມິຖຸນາ, ທ່ານປະລິຍາເອກ ຟ້າມແອງເກື່ອງ, ຫົວໜ້າກົມອະນຸລັກຮັກສາຊີວະນາໆພັນ, ກົມໃຫຍ່ສິ່ງແວດລ້ອມ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມຫວຽດນາມ ໄດ້ຕອບສຳພາດຕໍ່ສື່ມວນຊົນກ່ຽວກັບບັນດາບັນຫາກ່ຽວຂ້ອງເຖິງການວາງແຜນຜັງໃຫ້ແກ່ບັນດາເຂດອະນຸລັກຮັກສາ ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.
      ເມື່ອເຕື້ອງເຖິງບັນດາມາດຕະການເພື່ອວາງແຜນຜັງໃຫ້ແກ່ບັນດາເຂດອະນຸລັກຮັກສາເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢູ່ຫວຽດນາມ, ທ່ານ ຟ້າມແອງເກື່ອງ ຖືວ່າ, ຄວນສຸມໃສ່ເຂົ້າໃນການຄົ້ນຄວ້າ, ຕີລາຄາຢ່າງຮອບດ້ານຈາກການປ່ຽນແປງຂອງດິນຟ້າອາກາດຄືດັ່ງບັນດາມາດຕະການເພື່ອຫຼຸດຜ່ອນ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢູ່ຫວຽດນາມ. ພ້ອມທັງເປັນເອກະພາບການວາງແຜນຜັງລະບົບເຂດອະນຸລັກຮັກສາ; ຍູ້ແຮງວຽກງານຜັນຂະຫຍາຍການປະຕິບັດບັນດາການວາງແຜນຜັງເຂດອະນຸລັກຮັກສາທີ່ໄດ້ໃຫ້ສັດຕະຍາບັນຕາມທິດຊັບຊ້ອນບັນດາປັດໄຈຈາກການປ່ຽນແປງຂອງດິນຟ້າອາກາດ… ກໍ່ຕາມທ່ານ ຟ້າມແອງເກື່ອງ ແລ້ວ, ຫວຽດນາມ ກໍຄວນຄົ້ນຄວ້າ, ສ້າງເຕັກນິກການວາງແຜນຜັງເຂດອະນຸລັກຮັກສາໃຫ້ເໝາະສົມກັບເງື່ອນໄຂຂອງຫວຽດນາມ, ສືບຕໍ່ຮັບເອົາບັນດາຄວາມຮູ້ສາກົນ; ສ້າງຕັ້ງບັນດາແລວຊີວະນາໆພັນເພື່ອເຊື່ອມຕໍ່ບັນດາເຂດອະນຸລັກຮັກສາ ເພື່ອແນໃສ່ເປີດກວ້າງຊີວະພາບເຊື່ອມຕໍ່ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.
 (ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top