• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນຳການພົວພັນເສດຖະກິດ 2 ຝ່າຍ ຫວຽດນາມ - ອາເມລິກາ ພັດທະນາຢ່າງມີສະຖຽນລະພາບ, ຍືນຍົງ

ຫວຽດນາມ ໄດ້ ແລະ ພວມສົມທົບກັບຝ່າຍ ອາເມລິກາ ຢ່າງແໜ້ນແຟ້ນ ເພື່ອຮັກສາທ່າພັດທະນາບັນດາສັນຍາການຄ້າ 2 ຝ່າຍຢ່າງຕັ້ງໜ້າ.
(ທ່ານນາງ ຟ້າມທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ)

 ຕອນບ່າຍວັນທີ 20 ມີນາ, ຢູ່ ຮ່າໂນ້ຍ, ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບນະໂຍບາຍພາສີອາກອນຂອງ ອາເມລິກາ, ທ່ານນາງ ຟ້າມທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຊີ້ແຈ້ງວ່າ, ຫວຽດນາມ ໄດ້ ແລະ ພວມສົມທົບກັບຝ່າຍ ອາເມລິກາ ຢ່າງແໜ້ນແຟ້ນ ເພື່ອຮັກສາທ່າພັດທະນາບັນດາສັນຍາການຄ້າ 2 ຝ່າຍຢ່າງຕັ້ງໜ້າ. ທ່ານນາງຢືນຢັນວ່າ, ໃນໄລຍະຈະມາເຖິງ, ຫວຽດນາມ ພ້ອມແລ້ວທີ່ຈະແລກປ່ຽນ ແລະ ເຮັດວຽກບົນຈິດໃຈສ້າງສັນ ແລະ ຮ່ວມມືກັບຝ່າຍ ອາເມລິກາ ເພື່ອແບ່ງປັນຂໍ້ມູນ, ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນ, ແກ້ໄຂບັນດາສິ່ງທີ່ຍັງຕິດຂັດ, ຄົງຄ້າງ,  ເພື່ອປະກອບສ່ວນນຳການພົວພັນເສດຖະກິດ 2 ຝ່າຍໃຫ້ພັດທະນາຢ່າງມີສະຖຽນລະພາບ, ຕອບສະໜອງຜົນປະໂຫຍດຂອງທັງ 2 ຝ່າຍ.

        ກໍ່ທີ່ກອງປະຊຸມຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດ, ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບເລື່ອງ ອາເມລິກາ ສືບຕໍ່ປະຕິບັດໂຄງການຟື້ນຟູຜົນຮ້າຍຢ້ອນຫຼັງຈາກສົງຄາມຢູ່ ຫວຽດນາມ, ທ່ານນາງ ຟ້າມທູຮັ່ງ, ໃຫ້ຮູ້ວ່າ, ການຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມໄດ້ຮັບຖືວ່າ ແມ່ນພື້ນຖານສຳຄັນໃນການພົວພັນລະຫວ່າງ 2 ປະເທດ.

(ແຫຼ່ງຄັດຈາກ VOV)

ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ໃນ​ເຫດ​ແຜ່ນ​ດິນ​ໄຫວ​ເກີດ​ຂຶ້ນ​ຢູ່ ມຽນ​ມາ ສືບ​ຕໍ່​ເພີ່ມ​ຂຶ້ນ. ຫວຽດ​ນາມ ສົ່ງ​ກຳ​ລັງ​ໄປ​ຊ່ວຍ​ເຫຼືອ​ການ​ກູ້​ໄພ​ກູ້​ຊີບ

ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ໃນ​ເຫດ​ແຜ່ນ​ດິນ​ໄຫວ​ເກີດ​ຂຶ້ນ​ຢູ່ ມຽນ​ມາ ສືບ​ຕໍ່​ເພີ່ມ​ຂຶ້ນ. ຫວຽດ​ນາມ ສົ່ງ​ກຳ​ລັງ​ໄປ​ຊ່ວຍ​ເຫຼືອ​ການ​ກູ້​ໄພ​ກູ້​ຊີບ

ຕາມແຫຼ່ງຂ່າວຈາກວົງການເຈົ້າໜ້າທີ່ ມຽນມາ ແລ້ວ, ໄລ່ຮອດຕອນເຊົ້າວັນທີ 30 ມີນາ, ຈຳນວນຜູ້ເສຍຊີວິດໃນເຫດແຜ່ນດິນໄຫວທີ່ເກີດຂຶ້ນຢ່າງຮ້າຍແຮງຢູ່ປະເທດນີ້ ໃນຕອນບ່າຍວັນທີ 28 ມີນາ ໄດ້ເພີ່ມຂຶ້ນ 1.644 ຄົນ, ມີຜູ້ຖືກບາດເຈັບເກືອບ 2.400 ຄົນ. ປັດຈຸບັນ, ກຳລັງກູ້ໄພກູ້ຊີບຍັງພວມສືບຕໍ່ມານະພະຍາຍາມຊອກຫາຜູ້ຫາຍສາບສູນຢູ່ນະຄອນ Mandalay, ເຂດທີ່ຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດ.

Top