• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນຳ ເຫ້ວ ໃຫ້ກາຍເປັນສະຖານທີ່ທ່ອງທ່ຽວສີຂຽວ

ຫລຸດຜ່ອນຂີ້ເຫຍື້ອປະລາສຕິກໃນຂະແຫນງທ່ອງທ່ຽວ ເພື່ອແນໃສ່ປະກອບສ່ວນນຳ ເຫ້ວ ໃຫ້ກາຍເປັນຕົວເມືອງຫລຸດຜ່ອນຂີ້ເຫຍື້ອໃນປີນີ້ ນັ້ນແມ່ນຄຳຮຽກຮ້ອງຂອງຂະແຫນງທ່ອງທ່ຽວ ແຂວງ ເທື່ອທຽນເຫ້ວ. ທັງໝົດແມ່ນມຸ່ງໄປເຖິງການສ້າງສະພາບແວດລ້ອມການທ່ອງທ່ຽວເຫ້ວ ສີຂຽວ - ສະອາດ - ເປັນມິດກັບສິ່ງແວດລ້ອມ ແລະ ດຶງດູດແຂກທ່ອງທ່ຽວ.
ເທື່ອທຽນເຫ້ວ ພວມມານະພະຍາຍາມກໍ່ສ້າງສະຖານທີ່ທ່ອງທ່ຽວສີຂຽວ, ດຶງດູດໃຈນັກທ່ອງທ່ຽວ

ໝູ່ບ້ານ ຖູຍບ່ຽວ, ຕາແສງ ຖູຍບ່ຽວ ໄດ້ຜັນຂະຫຍາຍຮູບແບບທົດລອງ, ສະຖານທີ່ທ່ອງທ່ຽວ ຫລຸດຜ່ອນຂີ້ເຫຍື້ອປະລາສຕິກ ແຫ່ງທຳອິດ ຢູ່ ນະຄອນ ເຫ້ວປະຈຸບັນ ໝູ່ບ້ານນີ້ ມີ 15 ຮາກຖານເຂົ້າຮ່ວມ ແລະ ຜັນຂະຫຍາຍບັນດາມາດຕະການ ຫລຸດຜ່ອນຂີ້ເຫຍື້ອປະລາສຕິກນັກທ່ອງທ່ຽວໄດ້ຮັບການສົ່ງເສີມຖືເຄື່ອງໃຊ້ສ່ວນຕົວໄປນຳ ຖ້າຫາກບໍ່ມີຕຸກນ້ຳ ກໍ່ຈະໄດ້ຮັບຕຸກນ້ຳ ແລະ ນ້ຳດື່ມໂດຍບໍ່ເສຍຄ່ານອກນັ້ນ ຢູ່ລົດຖີບກໍ່ໄດ້ປະກອບດ້ວຍເສື້ອກັນຝົນຄັນຮົ່ມສຳລັບ  Tour ທ່ອງທ່ຽວມີລາຍການສອນແຕ່ງກິນຖົງໄປຕະຫລາດ ແລະ ກ່ອງໃສ່ອາຫານ ລ້ວນແຕ່ໄດ້ຈັດວາງເພື່ອໃຫ້ນັກທ່ອງທ່ຽວບໍ່ນຳໃຊ້ຖົງນີລົງໃນຫ້ອງພັກ ກໍ່ມີກວດແກ້ວນ້ຳດຶ່ມບໍລິສຸດ. ທ່ານ ເຈີ່ນກວາງຫ່າວປະທານ ສາຂາທ່ອງທ່ຽວປະຊາຄົມສະຫະສະມາຄົມທ່ອງທ່ຽວແຂວງ ເທື່ອທຽນເຫ້ວ ໃຫ້ຮູ້ວ່າ:

 “ນັກທ່ອງທ່ຽວເອງແມ່ນຜູ້ທີ່ມີຄວາມຕ້ອງການສຳລັບ Tour ຫລຸດຜ່ອນຂີ້ເຫຍື້ອປະລາສຕິກນີ້ຈາກນັ້ນ ພໍ່ແມ່ປະຊາຊົນຈຶ່ງເຂົ້າຮ່ວມດ້ວຍຄວາມຫວັງ ຄວາມລໍຄອຍສອງສາຍເຫດດັ່ງກ່າວ ໄດ້ເຮັດໃຫ້ປະຊາຊົນຮູ້ສຶກດຶງດູດໃຈ ແລະ ຕັດສິນໃຈປະຕິບັດ.       

ພ້ອມກັບການຫນູນຊ່ວຍຂອງໂຄງການ “ເຫ້ວ - ຕົວເມືອງ ຫລຸດຜ່ອນຂີ້ເຫຍື້ອປະລາສຕິກ ຢູ່ ພາກກາງ ຫວຽດນາມ", ສະຫະສະມາຄົມທ່ອງທ່ຽວແຂວງ ເທື່ອທຽນເຫ້ວ ໄດ້ຜັນຂະຫຍາຍການເຄື່ອນໄຫວຫລາຍຢ່າງ ເພື່ອຫລຸດຜ່ອນການນຳໃຊ້ເຄື່ອງປະລາສຕິກເທື່ອດຽວເມື່ອທຳການເຄື່ອນໄຫວທ່ອງທ່ຽວຈາກໂຮງແຮມບໍລິສັດທ່ອງທ່ຽວ ແລະ ບັນດາສະຖານທີ່ທ່ອງທ່ຽວວົງຄະນາຍາດໃນບໍລິເວນນະຄອນ ເຫ້ວມາຮອດປະຈຸບັນຢູ່ ແຂວງ ເທື່ອທຽນເຫ້ວ ມີ ໂຮງແຮມ 22 ແຫ່ງບ່ອນພັກເຊົາ ກວມເອົາ 70% ຈຳນວນສະມາຊິກຂອງສະມາຄົມໂຮງແຮມຢູ່ແຂວງ ເທື່ອທຽນເຫ້ວ ໄດ້ໃຫ້ຄຳໝັ້ນສັນຍາຈະຜັນຂະຫຍາຍຢ່າງຫນ້ອຍສຸດແມ່ນການກະທຳຫນຶ່ງໃນການຫລຸດຜ່ອນຂີ້ເຫຍື້ອປະລາສຕິກທ່ານນາງ ເຈົາທິຮ່ວາງມາຍຜູ້ອຳນວຍການບໍລິຫານໂຮມແຮມ Alba ເຫ້ວ ໃຫ້ຮູ້ວ່າ:

 “ພວກຂ້າພະເຈົ້າ ມີຄວາມປາດຖະຫນາວ່າ ບັນດາວຽກງານນີ້ ຈະແຜ່ຂະຫຍາຍອອກຫລາຍກວ່າປະຊາຄົມທ່ອງທ່ຽວຂອງ ເທື່ອທຽນເຫ້ວ ຈະນັບມື້ນັບມີຄວາມເອົາໃຈໃສ່ການຫລຸດຜ່ອນເຄື່ອງປະລາສຕິກທີ່ໃຊ້ເທື່ອດຽວ.

ແຕ່ເດືອນ ສິງຫາ ປີ 2023, ສະຫະສະມາຄົມທ່ອງທ່ຽວແຂວງ ເທື່ອທຽນເຫ້ວ ກໍ່ໄດ້ຈັດຕັ້ງບັນດາຊຸດຝືກອົບຮົມຍົກສູງຄວາມຮັບຮູ້ກ່ຽວກັບການຫລຸດຜ່ອນຂີ້ເຫຍື້ອປະລາສຕິກໃຫ້ແກ່ 120 ສະມາຊິກ ລວມມີ ໂຮງແຮມບໍລິສັດທ່ອງທ່ຽວ ແລະ ບັນດາສະຖານທີ່ທ່ອງທ່ຽວວົງຄະນາຍາດບັນດາສະມາຊິກຂອງສະຫະສະມາຄົມໄດ້ເຫັນດີກ່ຽວກັບລັກສະນະຈຳເປັນຂອງເລື່ອງຜັນຂະຫຍາຍບັນດາການເຄື່ອນໄຫວຫລຸດຜ່ອນການນຳໃຊ້ຜະລິດຕະພັນປະລາສຕິກທ່ານນາງ ຫງວຽນທິຮວ່າງວີຮອງປະທານ ສະຫະສະມາຄົມທ່ອງທ່ຽວແຂວງ ເທື່ອທຽນເຫ້ວ ຖືວ່າ:

 “ພວກຂ້າພະເຈົ້າປາດຖະຫນາວ່າ ບັນດາໄລຍະຈະມາເຖິງນອກຈາກບັນດາຫົວຫນ່ວຍນຳຫນ້າແລ້ວ ຈະມີຮູບແບບຂໍ້ລິເລີ່ມທີ່ດີກວ່າອີກພວກຂ້າພະເຈົ້າ ຈະທະວີຄູນບັນດາການເຄື່ອນໄຫວນີ້ບໍ່ພຽງແຕ່ໃນຂົງເຂດນ້ອຍເທົ່ານັ້ນ ຫາກນັບທັງການເຄື່ອນໄຫວລວມອີກດ້ວຍ.

ນະຄອນ ເຫ້ວ ແມ່ນນະຄອນບັນລຸ 5 ນາມມະຍົດ UNESCO, ນະຄອນ ວັດທະນະທຳຂອງອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ), ນະຄອນ ຍືນຍົງດ້ານສິ່ງແວດລ້ອມ ອາຊຽນ ແລະ ກໍ່ແມ່ນນະຄອນນຳຫນ້າໃນຂະບວນການພັດທະນາສີຂຽວແບບຍືນຍົງ ໂດຍ ອົງການ WWF ມອບໃບຢັ້ງຢືນ ແມ່ນນະຄອນ ສີຂຽວ ອາຊຽນ ປີ 2024. ຂະແຫນງທ່ອງທ່ຽວ ແຂວງ ເທື່ອທຽນເຫ້ວ ພວມມານະພະຍາຍາມກໍ່ສ້າງສະພາບແວດລ້ອມການທ່ອງທ່ຽວ ເຫ້ວ ໃຫ້ນັບມື້ນັບ ສີຂຽວ, ສະອາດ, ສະຫວ່າງ, ເປັນມິດກັບສິ່ງແວດລ້ອມ ແລະ ດຶງດູດແຂກທ່ອງທ່ຽວ.

(ແຫຼ່ງຄັດຈາກ VOV)

ທ່ານ​ເຈິ່ນ​ເກິ້ມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ

ທ່ານ​ເຈິ່ນ​ເກິ້ມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ

ທ່ານ ຄຳພັນ ບຸນພາຄົມ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ​ລາວ ຢັ້ງ​ຢືນ​ຈະ​ໝູນ​ໃຊ້, ເສີມ​ຂະ​ຫຍາຍ​ບັນ​ດາ​ຄວາມ​ຮູ້, ບົ​ດ​ຮຽນ​ທີ່​ຖອດ​ຖອນ​ໄດ້​ຈາກ​ໂຄງ​ການ​ເຂົ້າໃນ​ວຽກ​ງານ​ຕົນ​ຈິງ, ປະ​ກອບ​ສ່ວນ​ຢ່າງແທດ​ຈິງ​ເຂົ້າ​ການ​ສືບ​ຕໍ່​ຮັກ​ສາ ແລະ ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວ​ພັນ​ແບບ​ພິ​ເສດ ລະ​ຫວ່າງ​ສອງ​ພັກ, ສອ​ງ​ລັດ ລາວ ແລະ ຫວຽດ​ນາມ.

Top