• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ: ຫ໋າຍ​ຝ່ອງ​ຕ້ອງ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ນະ​ຄອນ​ນຳ​ໜ້າ​ໃນ​ການ​ປ່ຽນ​ແປງ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ

ນະ​ຄອນ​ຫ໋າຍ​ຝ່ອງ​ຈັດ​​ການ​ສະ​ຫຼຸບ​ເບື້ອງ​ຕົ້ນ 1 ປີ​ແຫ່ງ​ການ​ປະ​ຕິ​ບັດ​ອຳ​ນາດ​ປົກ​ຄອງ​ທ້ອງ​ຖິ່ນ​ສອງ​ຂັ້ນ, ເຮັດ​ແຈ້ງ​ລັກ​ສະ​ນະ​ປະ​ສິດ​ທິ​ຜົນ​ຂອງ​ການ​ແບ່ງ​ຂັ້ນ, ແບ່ງ​ສິດ, ເນື້ອ​ໃນ​ໃດ​ຍັງ​ບໍ່​ເໝາະ​ສົມ​ເພື່ອ​ລາຍ​ການ​ຂັ້ນ​ສູນ​ກາງ​ເພື່ອ​ປັບ​ປຸງ​ໃຫ້​ທັນ​ການ.
  ທ່ານ​ນາ​ຍົກລັດ​ຖະ​ມົ​ນ​ຕີ ເລ​ມິງ​ຮຶງ ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ (ພາບ: VGP)  

ຕອນ​ບ່າຍ​ວັນ​ທີ 1 ມິ​ຖຸ​ນາ, ຢູ່​ນະ​ຄອນ ຫ໋າຍ​ຝ່ອງ, ທ່ານ​ນາ​ຍົກ​ລັດ​ຖ​ມົນ​ຕີ ເລ​ມິງ​ຮຶງ, ຫົວ​ໜ້າ​ຄະ​ນະ​ກວດ​ກາ, ຕິດ​ຕາມກວດກາ​ເລກ​ 4 ຂອງ​ກົມ​ການ​ເມືອງ, ເປັນ​ປະ​ທານກອງ​ປະ​ຊຸມ​ຮັບ​ຮອງ​ເອົາ​ຮ່າງ​ບົດ​ລາຍ​ງານ​ໝາກ​ຜົນ​ຂອງ​ການກວດ​ກາ​ສຳ​ລັບ​ຄະ​ນະ​ປະ​ຈຳ​ຄະ​ນະ​​ຄະ​ນະ​ພັກນະ​ຄອນ ຫ໋າຍ​ຝ່ອງ.

ສະຫຼຸບກອງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ສະ​ເໜີ ນະ​ຄອນ​ຫ໋າຍ​ຝ່ອງ​ຈັດ​​ການ​ສະ​ຫຼຸບ​ເບື້ອງ​ຕົ້ນ 1 ປີ​ແຫ່ງ​ການ​ປະ​ຕິ​ບັດ​ອຳ​ນາດ​ປົກ​ຄອງ​ທ້ອງ​ຖິ່ນ​ສອງ​ຂັ້ນ, ເຮັດ​ແຈ້ງ​ລັກ​ສະ​ນະ​ປະ​ສິດ​ທິ​ຜົນ​ຂອງ​ການ​ແບ່ງ​ຂັ້ນ, ແບ່ງ​ສິດ, ເນື້ອ​ໃນ​ໃດ​ຍັງ​ບໍ່​ເໝາະ​ສົມ​ເພື່ອ​ລາຍ​ການ​ຂັ້ນ​ສູນ​ກາງ​ເພື່ອ​ປັບ​ປຸງ​ໃຫ້​ທັນ​ການ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ເນັ້ນ​ໜັກ​ວ່າ:

ແນ່ນອນ​ວ່າ​ຫ໋າຍ​ຝ່ອງ​ຕ້ອງ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ນະ​ຄອນ​ນຳ​ໜ້າ​ໃນ​ການ​ປ່ຽນ​ແປງ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ. ໜຶ່ງ​ໃນ​ບັນ​ດາ​ນະ​ຄອນ​ນຳ​ໜ້າ​ຄື​ຫ໋າຍ​ຝ່ອງ​ຕ້ອງ​ແມ່ນ​ບ່ອນ​ທົດ​ລອງ​ການ​ໝູນ​ໃຊ້, ຜັນ​ຂະ​ຫຍາຍ​​ການ​ໝູນ​ໃຊ້​ຢູ່​ຫ໋າຍ​ຝ່ອງບັນ​ດາ​ຮູບ​ແບບ​ການ​ເຕີບ​ໂຕ​ໃໝ່, ຖື​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ນະ​ວັດ​ຕະ​ກຳ​ເປັນ​ພື້ນ​ຖານ

(ແຫຼ່ງຄັດຈາກ VOV)

ໂລກ​ລະ​ບາດ Ebola: ​ສະ​ຫະພັນ ​ຕ້ານ​ໂລກ​ລະ​ບາດ ໜູນ​ຊ່ວຍ​ເງິນ 60 ລ້ານ USD ເພື່ອ​ພັດ​ທະ​ນາ ວັກ​ຊິນ

ໂລກ​ລະ​ບາດ Ebola: ​ສະ​ຫະພັນ ​ຕ້ານ​ໂລກ​ລະ​ບາດ ໜູນ​ຊ່ວຍ​ເງິນ 60 ລ້ານ USD ເພື່ອ​ພັດ​ທະ​ນາ ວັກ​ຊິນ

ປັດ​ຈຸ​ບັນ, ສ.ໂກງ​ໂກ​ແມ່ນ​ຈຸດ​ໃຈ​ກາງ​ຂອງ​ການ​ລະບາດ, ດ້ວຍ​ຈຳ​ນວນ​ຜູ້​ຕິດ​ເຊ້ອ​ນັບ​ມື້​ນັບຫຼາຍ​ໃນຂອບ​ເຂດ​ ​ກວ້າງຂວາງ​ຢູ່​ເຂ​ດ​ທາງ​ທິດ​ຕາ​ເວັນ​ອອກ. ຕາມ​ຕົວ​ເລກຫຼ້າ​ສຸດ​ຂອ​ງວົງ​ການ​ເຈົ້າ​ໜ້າ​ທີ່ ໂກງ​ໂກ​ແລ້ວ, ປະ​ເທດ​ນີ້​ໄດ້​ຢັ້ງ​ຢືນມີ​ຜູ້​ຕິດ​ພະ​ຍາດ Ebola 282 ຄົນ, ​ແລະມີຜູ້​ເສຍ​ຊີ​ວິດ 42 ຄົນ.

Top