ຂ່າວສານ
ນາຍົກລັດຖະມົນຕີ ເລມິງຮຶງ: ດຽນບຽນຕ້ອງສຸມໃສ່ປ່ຽນແປງໃໝ່ຮູບແບບການເຕີບໂຕ ແລະ ທ່າໄດ້ປຽບໃນການແກ້ງແຍ້ງສະເພາະ
ຕອນເຊົ້າວັນທີ 25 ກໍລະກົດ, ຢູ່ແຂວງ ດຽນບຽນ, ທີ່ການເຮັດວຽກກັບຄະນະປະຈຳຄະນະພັກແຂວງ ດຽນບຽນ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ຖືວ່າ ດຽນບຽນມີຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບຫຼາຍຢ່າງ; ແມ່ນໜຶ່ງໃນບັນດາແຂວງ ທີ່ບໍ່ໄດ້ປະຕິບັດການໂຮມເຂົ້າກັບແຂວງອື່ນ; ເຖິງຢ່າງໃດກໍຕາມ, ແຂວງຍັງບໍ່ທັນສາມາດມີການບຸກທະລຸຍ້ອນມີຈຸດອຸດຕັນພາຍໃນຫຼາຍຢ່າງ. ທ່ານນາຍົກລັດຖະມົນຕີ ສະເໜີແຂວງ ແຂວງ ດຽນບຽນສຸມໃສ່ປ່ຽນແປງໃໝ່ຮູບແບບການເຕີບໂຕ, ສ້າງຮູບແບບພັດທະນາໃໝ່ເໝາະສົມກັບລັກສະນະສະພາບການ ແລະ ທ່າໄດ້ປຽບໃນການແກ້ງແຍ້ງສະເພາະຂອງແຂວງ.
ໃນໂຄງປະກອບເສດຖະກິດການບໍລິການແມ່ນໃຫຍ່ທີ່ສຸດ, ດັ່ງນັ້ນຕ້ອງສຸມໃສ່ສ້າງເສດຖະກິດດ່ານຊາຍແດນທັນສະໄໝໄຕຈາງ, ອາປາຈ໋າຍເພື່ອໃຫ້ດຽນບຽນກາຍເປັນຫົວໜ່ວຍປະສານງານດ້ານການຄ້າ, ການຄ້າຂາຍ, logistics ຂອງເຂດທາງທິດຕາເວັນຕົກສ່ຽງເໜືອ, ປະຕູເຂົ້າອອກຂອງການແລກປ່ຽນການຄ້າກັບບັນດາປະເທດບ້ານໃກ້ເຮືອນຄຽງ ແລະ ພາກພື້ນ. ຫັນບັນດາທ່າໄດ້ປຽບຂອງສະໜາມບິນດຽນບຽນ, ຮ່ອງຮອຍປະຫວັດສາດແຫ່ງຊາດພິເສດດຽນບຽນຝຸ, ຄວາມຊົງຈຳປະຫວັດສາດ, ລະບົບບັນດາມໍລະດົກທິວທັດທຳມະຊາດພິເສດຄື ເມື່ອງແທງ, ວັນບຸນດອກສ້ຽວ ກາຍເປັນແຫຼ່ງກຳລັງພັດທະນາການທ່ອງທ່ຽວຢ່າງແຮງ, ກ່ຽວກັບຂົງເຂດອຸດສາຫະກຳຜະລິດປຸງແຕ່ງ, ພັດທະນາອຸດສາຫະກຳຕາມທິດພະລັງງານທັນສະໄໝ ແມ່ນທິດກ້າວເດີນທີ່ຖືກທິດ. ດຽນບຽນກໍ່ຕ້ອງສຸມໃສ່ບາງຂົງເຂດລະອຽດກ່ຽວກັບກະສິກຳ, ການປຸງແຕ່ງລົງເລິກ, ມູນຄ່າເພີ່ມສູງ, ຍືນຍົງ, ຜະລິດຕະພັນຫຼັກແຫຼ່ງ.






