ຂ່າວສານ
ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ຄັ້ງທີ 5
ໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງຢູ່ ກົວລາ ລຳເປີ, ມາເລເຊຍ, ວັນທີ 27 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍການນຳບັນດາປະເທດ ອາຊຽນ ແລະ ຄູ່ຮ່ວມມື (ອົດສະຕາລີ, ນິວຊີແລນ, ຍີ່ປຸ່່ນ, ສ.ເກົາຫຼີ, ຈີນ) ເຂົ້າຮ່ວມກອງປະຊຸມສຸດຍອດສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ຄັ້ງທີ 5 ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim (ປະເທດປະທານ ອາຊຽນ 2025).
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກວ່າ ບົດບາດຂອງ ສັນຍາ RCEP ໃນການພັດທະນາເສດຖະກິດພາກພື້ນ ອາຊີ - ປາຊີຟິກ, ບັນດາຜົນປະໂຫຍດຈະແຈ້ງ ເຊິ່ງສົນທິສັນຍານຳມາເຊິ່ງແກ່ຂະແໜງການຄ້າ, ການລົງທຶນ ແລະ ລະບົບສະໜອງຂອງພາກພື້ນ, ສ້າງພື້ນຖານໃຫ້ແກ່ບັນດາປະເທດສະມາຊິກພັດທະນາແບບຍືນຍົງ ແລະ ຍົກສູງກຳລັງຄວາມສາມາດແກ້ງແຍ້ງ. ທ່ານນາຍົກລັດຖະມົນຕີຊີ້ແຈ້ງວ່າ ຫວຽດນາມ ສະໜັບສະໜູນ ແລະ ຈະສືບຕໍ່ປະຕິບັດບັນດາຄຳໝັ້ນສັນຍາໃນສັນຍາ RCEP ຢ່າງເຂັ້ມງວດ ແລະ ຄົບຖ້ວນ, ພ້ອມທັງເປັນເຈົ້າການ, ຕັ້ງໜ້າສົມທົບກັບບັນດາປະເທດເພື່ອເປີດກວ້າງ ແລະ ຍົກສູງຄຸນນະພາບການຮ່ວມມືໃນຂອບເຂດ RCEP.
ກອງປະຊຸມໄດ້ຮັບຮອງເອົາຖະແຫຼງການຮ່ວມຂອງບັນດາການນຳກ່ຽວກັບສົນທິສັນຍາ RCEP, ໃນນັ້ນ ຢັ້ງຢືນວ່າ ບັນດາປະເທດສະໜັບສະໜູນບົດບາດເປັນໃຈກາງຂອງ ອາຊຽນ ແລະ ຄຳໝັ້ນສັນຍາຊຸກຍູ້ການເຊື່ອມໂຍງເສດຖະກິດພາກພື້ນຢ່າງເປີດເຜີຍ, ກວມລວມ, ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ມຸ່ງໄປເຖິງອະນາຄົດ.
ສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ກັບບັນດາຄູ່ຮ່ວມມື, ຕອນເຊົ້າວັນທີ 27 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມກັບການນຳບັນດາປະເທດ ອາຊຽນ, ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ + 3 ຄັ້ງທີ 28 ຢູ່ນະຄອນຫຼວງ ກົວລາ ລຳເປີ, ມາເລເຊຍ. ການນຳບັນດາປະເທດ ອາຊຽນ +3 ໄດ້ຮັບຮອງເອົາຖະແຫຼງການກ່ຽວກັບການເພີ່ມທະວີການຮ່ວມມືທາງດ້ານເສດຖະກິດ ແລະ ການເງິນພາກພື້ນ.







