• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ - ລາວ​ເປັ​ນ​ປະ​ທານກອງ​ປະ​ຊຸມ​ຮ່ວມ​ມື​ລົງ​ທຶນ ຫວຽດ​ນາມ - ລາວ 2025

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ໄດ້ເປັນປະທານຮ່ວມືກອງປະຊຸມຮ່ວມມືລົງທຶນ ຫວຽດນາມ - ລາວ 2025 ດ້ວຍຫົວຂໍ້ “ຊຸກຍູ້ພ້ອມກັນພັດທະນາແບບຍືນຍົງ ແລະ ວັດທະນາຖາວອນ”.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ໃນຂອບເຂດກອງປະຊຸມຄັ້ງທີ 47 ຂອງ ຄະນະກຳມະການຮ່ວມມືທະວິພາຄີ ຫວຽດນາມ - ລາວ, ຕອນບ່າຍວັນທີ 9 ມັງກອນ, ຢູ່ນະຄອນຫຼວງ ວຽງຈັນ (ລາວ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ໄດ້ເປັນປະທານຮ່ວມືກອງປະຊຸມຮ່ວມມືລົງທຶນ ຫວຽດນາມ - ລາວ 2025 ດ້ວຍຫົວຂໍ້ “ຊຸກຍູ້ພ້ອມກັນພັດທະນາແບບຍືນຍົງ ແລະ ວັດທະນາຖາວອນ”.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ສອງປະເທໄດ້ສາມັກຄີເປັນເອກະພາບກັນແລ້ວ ຍິ່ງຕ້ອງມີຄວາມສາມັກຄີ ແລະ ເປັນເອກະພາບກັນຫຼາຍກ່ວາອີກ, ບັນດາວິສາຫະກິດສອງປະເທດກໍ່ຄືກັນ, ຕ້ອງສາມັກຄີກັນເພື່ອການພັດທະນາລວມຂອງສອງປະເທດ, ຕ້ອງຖືຜົນປະໂຫຍດຂອງສອງປະເທດເໜືອກ່ວາສິ່ງໃດໝົດ. ປະຕິບັດເພື່ອການພັດທນະລວມຂອງສອງປະເທດ, ເພື່ອການສະແດງຄວາມຮູ້ບຸນຄຸນຄໍ່ບັນດາຜູ້ຄົນທີ່ເສຍສະຫຼະຊີວິດເພື່ອເອກະລາດ, ເສລີພາບ ໃຫ້ແກ່ທັງສອງປະເທດ.

ສ່ວນທ່ານ ສອນໄຊ ສີພັນດອນ ໃຫ້ຮູ້ວ່າ ໃນໄລຍະຈະມາເຖິງສອງຝ່າຍຈະສືບຕໍ່ແກ້ໄຂບັນດາຂໍ້ຕິດຂັດ ແລະ ຜັນຂະຫຍາຍບັນດາໂຄງການ. ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ປາດຖະໜາຢາກ ວິສາຫະກິດສອງປະເທດສືບຕໍ່ລົງທຶນຜະລິດດຳເນີນທຸລະກິດຢູ່ ລາວ ແລະ ຫວຽດນາມ, ເສີມຂະຫຍາຍຄວາມສາມາດບົ່ມຊ້ອນຂອງທັງສອງຝ່າຍເພື່ອນຳຄວາມອີ່ມໜຳສຳລາມສົມບູນພູມສຸກມາໃຫ້ປະຊາຊົນແຕ່ລະປະເທດ.

(ແຫຼ່ງຄັດຈາກ VOV)

ວິ​ສາ​ຫະ​ກິດ ຫວຽດ​ ຍູ້​ແຮງ​ການ​ເຊື່ອມ​ຕໍ່, ຊອກ​ຫາ​ໂອ​ກາດ​ຢູ່​ຕະຫຼາດ​ເຕັກ​ໂນ​ໂລ​ຢີ ອິນ​ເດຍ

ວິ​ສາ​ຫະ​ກິດ ຫວຽດ​ ຍູ້​ແຮງ​ການ​ເຊື່ອມ​ຕໍ່, ຊອກ​ຫາ​ໂອ​ກາດ​ຢູ່​ຕະຫຼາດ​ເຕັກ​ໂນ​ໂລ​ຢີ ອິນ​ເດຍ

ງານວາງສະແດງ IndiaSoft Expo 2026 ໂດຍກະຊວງອຸດສາຫະກຳ ແລະ ການຄ້າ ອິນເດຍ ຈັດຂຶ້ນຢູ່ນະຄອນຫຼວງ New Delhi, ອິນເດຍ, ແຕ່ວັນທີ 23 – 25 ມີນາ.

Top