• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ສ.ໂປ​ໂລຍ ມາ​ຮອດ​ດ່າ​ນັ້ງ, ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ

ໂດຍ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປະ​ເທດ​ເອີ​ລົບ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ກັບ ຫວຽດ​ນາມ​ໂດຍ​ໄວ (4/21950), ໂປ​ໂລຍ​ກໍ່​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ການ​ຄ້າ​ສຳ​ຄັນ​ທີ່​ສຸດ​ຂອງ ຫວຽດ​ນາມ​ຢູ່​ພາກ​ພື້ນເອີ​ລົບ​ຕາ​ເວັນ​ອອກ​ກາງ.
  ທ່ານ​ Donald Tusk ນາ​ຍົກ​ລັດ​ຖະ​ມົນ​ຕີ ສ.ໂປ​ໂລຍ​ ມ​າ​ຮອດ​ດ່າ​ນັ້ງ, ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ (ພາບ: VNA)  
ຕອນ​ຄ່ຳ​ວັນ​ທີ 23 ຕຸ​ລາ, ທ່ານ​ Donald Tusk ນາ​ຍົກ​ລັດ​ຖະ​ມົນ​ຕີ ສ.ໂປ​ໂລຍ​ ມ​າ​ຮອດ​ດ່າ​ນັ້ງ, ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ​ ແຕ່​ວັນ​ທີ 24 – 26 ຕຸ​ລາ, ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ເລ​ມິງ​ຮຶງ. ໂດຍ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປະ​ເທດ​ເອີ​ລົບ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ກັບ ຫວຽດ​ນາມ​ໂດຍ​ໄວ (4/21950), ໂປ​ໂລຍ​ກໍ່​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ການ​ຄ້າ​ສຳ​ຄັນ​ທີ່​ສຸດ​ຂອງ ຫວຽດ​ນາມ​ຢູ່​ພາກ​ພື້ນເອີ​ລົບ​ຕາ​ເວັນ​ອອກ​ກາງ. ທ່ານ Joanna Skoczek ອຸ​ປະ​ທູດ​ສ.ໂປ​ໂລຍ, ຫົວ​ໜ້າ​ຄະ​ນະ​ປະ​ຕິ​ບັດ​ງານ​ຢູ່ສະ​ຖານ​ທູດ ສ.ໂປ​ໂລຍ​ປະ​ຈຳຮ່າ​ໂນ້ຍ ໃຫ້​ຮູ້​ວ່າ ການ​ເດີນ​ທາງ​ຢ້ຽມ​ຢາມ ຫວຽດ​ນາມ ​ຄັ້ງ​ນີ້​ຂອງ​ທ່ານ Donald Tusk ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂປ​ໂລຍ ແນ​ໃສ່​ກຳ​ນົດ ແລະ ຢັ້ງ​ຢືນ​ບັນ​ດາ​ຂົງ​ເຂດ​ທີ່​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຮ່ວມ​ມື​ໃຫຍ່​ລະ​ຫວ່າງ​ສອງ​ປະ​ເທດ, ນັ້ນ​ແມ່ນ​ການ​ສຶກ​ສາ, ການ​ຄ້າ, ການ​ຮ່ວມ​ມື​ຢູ່​ບັນ​ດາ​ເວ​ທີ​ປາ​ໄສ​ສາ​ກົນ, ວັດ​ທະ​ນະ​ທຳ ແລະ ​ພົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນ.

(ແຫຼ່ງຄັດຈາກ VOV)

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ປະ​ກອບ​ຄ​ຳ​ເຫັນ​ໃສ່​ກົດ​ໝາຍ​ວ່າ​ດ້ວຍ​ການ​ປັບ​ປຸງ​ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈ​ິ່ນ​ແທັງ​ເໝິ້ນ ຍົກ​ໃຫ້​ເຫັນ 4 ບັນ​ຫາ​ໃຫຍ່, ໃນ​ນັ້ນ​ມີ​ທ່າ​ອ່ຽງ​ໂຍະ​ຍານ ເງື່ອນ​ໄຂ​ເຂົ້າ​ເຖິງ​ຕະຫຼາດ​ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ.

Top