• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ​ ຮຽກ​ຮ້ອງ​ໃຫ້​ປະ​ຕິ​ບັດ​ສຳ​ເລັດ​ການ​ສ້າງ​ເຮືອນ​ຖືກ​ເປ​ເພ​ຍ້ອນ​ພາ​ຍຸ​ນ້ຳ​ຖ້ວມ​ກ່ອນ​ວັນ​ທີ 15 ມັງ​ກອນ 2026

ຈຳນວນເຮືອນຢູ່ຖືກພັງທະລາຍ ຕ້ອງກໍ່ສ້າງໃໝ່ແມ່ນ 1.597 ຫຼັງ, ໄລ່ມາຮອດປັດຈຸບັນ ກໍ່ສ້າງສຳເລັດ 671 ຫຼັງ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງ ກ່າວຄຳເຫັນທີ່ກອງປະຊຸມ

ຕອນເຊົ້າວັນທີ 30 ທັນວາ, ຢູ່ສຳນັກງານລັດຖະບານ, ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເປັນປະທານກອງປະຊຸມສະຫຼຸບ “ບັ້ນເຄື່ອນໄຫວກວາງຈູງ” ກໍ່ສ້າງ, ສ້ອມແປງເຮືອນຢູ່ໃຫ້ແກ່ບັນດາຄອບຄົວຖືກຜົນກະທົບຍ້ອນພາຍຸ, ນ້ຳຖ້ວມຢູ່ເຂດພາກກາງ ຫວຽດນາມ ໂດຍດ່ວນ.

        ບົດລາຍງານຢູ່ກອງປະຊຸມ, ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫງວຽນຮວ່າງຮຽບ ໃຫ້ຮູ້ວ່າ: ຈຳນວນເຮືອນຢູ່ຖືກພັງທະລາຍ ຕ້ອງກໍ່ສ້າງໃໝ່ແມ່ນ 1.597 ຫຼັງ, ໄລ່ມາຮອດປັດຈຸບັນ ກໍ່ສ້າງສຳເລັດ 671 ຫຼັງ. ຈຳນວນເຮືອນຢູ່ເປເພ ຕ້ອງສ້ອມແປງແມ່ນ 34.759 ຫຼັງ, ໄລ່ຮອດປັດຈຸບັນ 99,99% ໄດ້ສ້ອມແປງຮຽບຮ້ອຍແລ້ວ. ເມື່ອກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຮຽກຮ້ອງໃຫ້ຫຼຸດຜ່ອນເວລາ, ສູ້ຊົນປະຕິບັດສຳເລັດການກໍ່ສ້າງເຮືອນຫຼັງໃໝ່ໃຫ້ສຳເລັດກ່ອນວັນທີ 15 ມັງກອນ 2026.

(ແຫຼ່ງຄັດຈາກ VOV)

ໄປ​ສະ​ນີ ຫວຽດ​ນາມ ມຸ່ງ​ໄປ​ເຖິງ​ພື້ນ​ຖານ​ໂຄງ​ລ່າງ logistics ແລະ ໄປ​ສະ​ນີ​ດີ​ຈີ​ຕອນ​ແຫ່ງ​ຊາດ

ໄປ​ສະ​ນີ ຫວຽດ​ນາມ ມຸ່ງ​ໄປ​ເຖິງ​ພື້ນ​ຖານ​ໂຄງ​ລ່າງ logistics ແລະ ໄປ​ສະ​ນີ​ດີ​ຈີ​ຕອນ​ແຫ່ງ​ຊາດ

ທ່ານ ຫງວຽນແມັ້ງຮຸ່ງ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ເນັ້ນໜັກເຖິງ 6 ເສົາຄ້ຳເຊິ່ງໄປສະນີ ຫວຽດນາມ ຕ້ອງຢຶດໝັ້ນປະຕິບັດຕາມແມ່ນ: ສະມັດຕະພາບ, ຄຸນນະພາບ, ເຕັກໂນໂລຢີ, ກຳລັງໜູນ, ລະບຽບວິໄນ ແລະ ກະທັດລັດ.

Top