• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ​ກໍ່ສ້າງ​ສາງ​ນ້ຳ​ມັນ​ດິບ​ຢູ່ ​ງີເຊີນ ໃນ​ທັນ​ທີ ແລະ ຄິດ​ໄລ່​ເຖິງ​ບັນ​ດາ​ສະ​ຖານ​ທີ່​ອື່ນ​ໆ

ຕອນ​ເຊົ້າ​ວັນ​ທີ 01 ເມ​ສາ, ຢູ່​ສ​ຳ​ນັກ​ງານ​ລັດ​ຖະ​ບານ, ທ່ານ​ ຟ້າມ​ມິງ​ຈິງ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ​ ໄດ້​ເປັນ​ປະ​ທານກອງ​ປະ​ຊຸມ​ຂອງ​ຄະ​ນະ​ປະ​ຈຳ​ລັດ​ຖະ​ບານ​ກ່ຽວ​ກັບ​ວຽກ​ງານ​ກະ​ກຽມ​ຜັນ​ຂະ​ຫຍາຍ​ໂຄງ​ການ​ກໍ່​ສ້າງ​ສາງ​ນໍ້​າ​ມັນ​ດິບ​ສຳ​ຮອງ​ແຫ່ງ​ຊາດ​ຢູ່ ງີ​ເຊີນ (ແທັງ​ຮວ໊າ).
  ທ່ານ​ນາ​ຍົກ​ລັດ​ຖະ​ມ​ົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທານກອງ​ປະ​ຊຸມ (ພາບ: VOV)  

ໃນ​ກອງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມ​ົນ​ຕີ ຟ້າມ​ມິງ​ຈິງ ຢັ້ງ​ຢືນ​ວ່າ ການ​ກໍ່​ສ້າງ​ສາງ​ນ້ຳ​ມັນ​ດິບ ແມ່ນ​ມີ​ບ່ອນ​ອີງ​ທາງ​ດ້ານ​ຮາກຖານການ​ເມືອງ, ນິ​ຕິ​ກຳ, ພຶດ​ຕິ​ກຳ​ຕົວ​ຈິງ, ມີ​ແຜນ​ຜັງ​ຢ່າງ​ຄົບ​ຖ້ວນ, ສະ​ນັ້ນ​ມີ​ແຕ່​ປຶກ​ສາ​ຫາ​ລື​ເຮ​ັດ, ບໍ່​ປຶກ​ສາ​ຫາ​ລື​ຖອຍ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ມອບ​ໜ້າ​ທີ່​ລະ​ອຽດ​ໃຫ້​ແກ່​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ຫົວ​ໜ່ວຍ​ທີ່​ກ່ຽວ​ຂ້ອງ. ກ່ອນ​ອື່​ນ​ໝົດ, ກໍ່​ສ້າງ​ສາງ​ນ້ຳ​ມັນ​ດິບ​ຢູ່ ງີ​ເຊີນ ໃນ​ທັນ​ທີ ເພື່ອ​ຮັບ​ໃຊ້​ໂຮງ​ງານ​ກັ່ນ​ຕອງ​ນ້ຳ​ມັນ ງີ​ເຊີນ ໂດຍກົງ, ທັງ​ຮັບ​ໃຊ້​ການ​ເກັບ​ນ້ຳ​ມັນສຳ​ຮອງ​ແຫ່ງ​ຊາດ. ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ຫວຽດນາມ ສືບ​ຕໍ່​ຊີ້​ນຳ, ຄົ້ນ​ຄວ້າ, ຜັນ​ຂະ​ຫຍາຍ​ການ​ກໍ່​ສ້າງ​ບັນ​ດາ​ສາງ​ສຳ​ຮອງ​ນ້ຳ​ມັນ, ນ້ຳ​ມັນ​ດິບ​ຢູ່ ຢຸງກວ​ັດ (ກວາງ​ງາຍ), ລອງ​ເຊີນ (ນ​ະ​ຄອນ ໂຮ່​ຈີ​ມິນ) ແລະ ບັນ​ດາ​ເຂດ​ພາກ​ອື່ນ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້ເນັ້ນໜັກເຖິງການຮຽກ​ຮ້ອງ​ໃຫ້​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ, ຄວາມ​ປອດ​ໄພ, ນັບ​ທັງ​ໃນ​ກໍ​ລະ​ນີ​ມີ​ເຫດ​ການ​ເກີດ​ຂຶ້ນ​ແບບບໍ່ຄາດຄິດ, ພ້ອມ​ທັງ​ຮັບ​ປະ​ກັນ​ລັກ​ສະ​ນະ​ປະ​ສິດ​ທິ​ຜົນ​ຂອງ​ບັນ​ດາ​ໂຄງ​ການ.

່(ແຫຼ່ງຄັດຈາກ VOV)

ລາວ ຍາມໃດກໍ່ຖືເປັນສຳຄັນ ແລະ ໃຫ້ບຸລິມະສິດສູງສຸດແກ່ການພັດທະນາການພົວພັນກັບ ຫວຽດນາມ

ລາວ ຍາມໃດກໍ່ຖືເປັນສຳຄັນ ແລະ ໃຫ້ບຸລິມະສິດສູງສຸດແກ່ການພັດທະນາການພົວພັນກັບ ຫວຽດນາມ

ການພົວພັນ ຫວຽດນາມ - ລາວ ໃນໄລຍະຜ່ານມາ ສືບຕໍ່ພັດທະນາຢ່າງຕັ້ງໜ້າ, ໃນນັ້ນ ການພົວພັນດ້ານການເມືອງນັບມື້ນັບສະໜິດຕິດພັນ, ມີຄວາມໄວ້ເນື້ອເຊື່ອໃຈ

Top