• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ທ່ານນາງ Amina Mohammed ຮອງ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານນາງ Amina Mohammed ຮອງເລຂາທິການໃຫຍ່ ສປຊ ໃນໂອກາດທ່ານນາງມາເຂົ້າຮ່ວມກອງປະຊຸມ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ການຕ້ອນຮັບທ່ານນາງ Amina Mohammed ຮອງເລຂາທິການໃຫຍ່ ສປຊ

ວັນທີ 17 ເມສາ, ຢູ່ຮ່າໂນ້ຍ, ຢູ່ນອກກອງປະຊຸມສຸດຍອດເວທີປາໄສຄູ່ຮ່ວມມືເພື່ອການເຕີບໂຕສີຂຽວ ແລະ ເປົ້າໝາຍພັດທະນາທົ່ວໂລກ (P4G), ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານນາງ Amina Mohammed ຮອງເລຂາທິການໃຫຍ່ ສປຊ ໃນໂອກາດທ່ານນາງມາເຂົ້າຮ່ວມກອງປະຊຸມ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີ ສປຊ ສືບຕໍ່ເອົາໃຈໃສ່, ໜູນຊ່ວຍ ຫວຽດນາມ ໃນການພັດທະນາວິທະຍາສາດ ແລະ ເຕັກໂນໂລຢີ, ນະວັດຕະກຳ, ຫັນປ່ຽນພະລັງງານຢ່າງມີຄວາມຍຸຕິທຳ, ພັດທະນາເສດຖະກິດສີຂຽວ ແລະ ຍູ້ໄວຄວາມຄືບໜ້າໃນການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ.

ທ່ານນາງ Amina Mohammed ຮອງເລຂາທິການໃຫຍ່ ສປຊ ຢັ້ງຢືນວ່າ ສປຊ ຈະສືບຕໍ່ໃຫ້ບຸລິມະສິດ ຊຸກຍູ້ການລົງທຶນເຂົ້າເຕັກໂນໂລຢີ, ປັນຍາປະດິດ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ອຸປະຖຳໃຫ້ແກ່ການເຕີບໂຕສີຂຽວ ແລະ ພັດທະນາລະບົບກະສິກຳແບບຍືນຍົງ, ເພື່ອແນໃສ່ປະຕິບັດບັນດາເປົ້າມາຍພັດທະນາແບບຍືນຍົງຖືກກັບເວລາກຳນົດ.

ແລະກໍ່ໃນວັນດຽວກັນ, ທີ່ການຕ້ອນຮັບທ່ານ Donal Brown ຮອງປະທານກອງທຶນສາກົນ ກ່ຽວກັບການພັດທະນາກະສິກຳ(IFAD), ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ຫວຽດນາມ ມີຄວາມສົນໃຈເປັນພິເສດເຖິງການພັດທະນາພື້ນຖານກະສິກຳສີຂຽວ, ຍືນຍົງ. ທ່ານນາຍົກລັດຖະມົນຕີສະເໜີ IFAD ເພີ່ມທະວີໃຫ້ຫວຽດນາມທຶນບຸລິມະສິດ ແລະ ຊຸກຍູ້ການເງິນຊ່ວຍເຫຼືອຫຼ້າໃຫ້ແກ່ບັນດາໂຄງການໝູນໃຊ້ວິທະຍາສາດເຕັກໂນໂລຢີເຂົ້າກະສິກຳ.

(ແຫຼ່ງຄັດຈາກ VOV)

ອັດ​ກອງ​ປະ​ຊຸມ​ສຸດຍອດ P4G: ຮັບ​ຮອງ​ເອົາ​ຖະ​ແຫຼງ​ການ​ຮ່ວມ​ສອງ​ສະ​ບັບ​ກ່ຽວ​ກັບ​ການ​ຫັນ​ປ່ຽນ​ສີ​ຂຽວ​ແບບ​ຍືນ​ຍົງ

ອັດ​ກອງ​ປະ​ຊຸມ​ສຸດຍອດ P4G: ຮັບ​ຮອງ​ເອົາ​ຖະ​ແຫຼງ​ການ​ຮ່ວມ​ສອງ​ສະ​ບັບ​ກ່ຽວ​ກັບ​ການ​ຫັນ​ປ່ຽນ​ສີ​ຂຽວ​ແບບ​ຍືນ​ຍົງ

ຕອນບ່າຍວັນທີ 17 ເມສາ, ຢູ່ຮ່າໂນ້ຍ, ກອງປະຊຸມສຸດຍອດເວທີປາໄສຄູ່ຮ່ວມມືເພື່ອການເຕີບໂຕສີຂຽວ ແລະ ເປົ້າໝາຍທົ່ວໂລກ 2030 (P4G) ຄັ້ງທີ 4 ໄດ້ອັດລົງພາຍຫຼັງການເຮັດວຽກມາເປັນເວລາ 4 ວັນ (14/4 - 17/4).

Top