ຂ່າວສານ
ນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງໃຫ້ສ້າງ ແທັງຮວ໊າ ກາຍເປັນ “ແຂວງແບບຢ່າງ”, ເປັນຂົ້ວເຕີບໂຕໃໝ່ຂອງປະເທດ
ອາຍຸການ 2020 – 2025, ແຂວງ ແທັງຮວ໊າ ໄດ້ຮັກສາລະດັບການເຕີບໂຕ GDP ສູງ, ລະເລ່ຍໄລຍະຄາດວ່າບັນລຸ 10,24%, ຢືນອັນດັບທີ 4 ໃນທົ່ວປະເທດ. ພື້ນຖານໂຄງລ່າງນັບມື້ນັບໄດ້ຮັບການກໍ່ສ້າງໃຫ້ສົມບູນແບບ, ຍົກສູງຄຸນນະພາບ ແລະ ປະສິດທິຜົນ.
ເມື່ອກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ສ້າງແຂວງ ແທັງຮວ໋າ ກາຍເປັນ “ແຂວງແບບຢ່າງ”, ສ້າງບັນດາໂຄງການ, ແຜນການພັດທະນາຂອງແຂວງໃຫ້ສອດຄ່ອງກັບຍຸດທະສາດພັດທະນາລວມຂອງປະເທດຊາດໃນສະພາບການໃໝ່, ສ້າງແຂວງ ແທັງຮວ໊າ ໃຫ້ກາຍເປັນຂົ້ວເຕີບໂຕໃໝ່ຂອງປະເທດຊາດ.
ຕ້ອງຖືວຽກງານກໍ່ສ້າງພັກ ແລະ ລະບົບການເມືອງປອດໃສ, ເຂັ້ມແຂງຮອບດ້ານເປັນສຳຄັນ. ບຸກທະລຸພັດທະນາພື້ນຖານໂຄງລ່າງຄົບຊຸດ. ບຸກທະລຸກ່ຽວກັບຈິນຕະນາການປ່ຽນແປງໃໝ່ ແລະ ການກະທຳຢ່າງຂ້ຽວຂາ, ພັດທະນາວິທະຍາສາດເຕັກໂນໂລຢີ.
ແທັງຮວ໊າ ກໍຕ້ອງເອົາໃຈໃສ່ເຖິງການເປີດກວ້າງການພົວພັນການຕ່າງປະເທດ, ສ້າງເສັ້ນຊາຍແດນສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະ ພັດທະນາກັບປະເທດ ລາວ ອ້າຍນ້ອງ.