ຂ່າວສານ
ນາຍົກລັດຖະມົນຕີ ຟ້າມມິງຈິງ: ວິສາຫະກິດ ຫວຽດນາມ - ຈີນ ເປັນເສົາຄ້ຳສຳຄັນເພື່ອເຊື່ອມຕໍ່ 2 ພື້ນຖານເສດຖະກິດ
ເມື່ອກ່າວຄຳເຫັນໃນເວທີປາໄສ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ການຮ່ວມມືພັດທະນາດ້ານເສດຖະກິດແບບຍືນຍົງ ແມ່ນປັດໄຈຫຼັກແຫຼ່ງແກ່ນສານເພື່ອຮັດແໜ້ນຄວາມສາມັກຄີ ແລະ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ ແລະ ຈີນ. ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ຫວຽດນາມ ສືບຕໍ່ແມ່ນຈຸດເດັ່ນກ່ຽວກັບການເຕີບໂຕ, ແມ່ນສະຖານທີ່ລົງທຶນທີ່ປອດໄພ, ດູດດື່ມຂອງບັນດາວິສາຫະກິດ, ຄູ່ຮ່ວມມື, ນັກລົງທຶນສາກົນ; ພ້ອມທັງໃຫ້ຮູ້ວ່າ ຫວຽດນາມ ພວມສຸມໃສ່ປະຕິຮູບລະບອບລະບຽບການ, ພັດທະນາເສດຖະກິດເອກະຊົນ, ພັດທະນາເສດຖະກິດສີຂຽວ, ເສດຖະກິດໝູນວຽນ… ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງໃຫ້ວິສາຫະກິດສອງປະເທດ ຫວຽດນາມ - ຈີນ ກາຍເປັນເສົາຄ້ຳສຳຄັນເພື່ອເຊື່ອມຕໍ່ 2 ພື້ນຖານເສດຖະກິດ.
“ການຮ່ວມມືເພື່ອຜົນປະໂຫຍດລວມ, ສ້າງການພັດທະນາ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ. ຂ້າພະເຈົ້າຖືການປະກອບສ່ວນຂອງບັນດາວິສາຫະກິດເປັນສຳຄັນ, ພິເສດສຳລັບບົດບາດສຳຄັນຂອງວິສາຫະກິດ ເປັນເສົາຄ້ຳເຊື່ອມຕໍ່ 2 ພື້ນຖານເສດຖະກິດ. ຂ້າພະເຈົ້າເຊື່ອໝັ້ນວ່າ ບັນດາວິສາຫະກິດ ຈີນ ມາດຳເນີນທຸລະກິດຢູ່ ຫວຽດນາມ ຈະໄດ້ຮັບມູນຄ່າເພີ່ມສູງກວ່າ, ພິເສດ, ຮ່ວມມືໃນບັນດາຂົງເຂດຄື ພັດທະນາສີຂຽວ, ພັດທະນາເສດຖະກິດດີຈີຕອນ, ພັດທະນາເສດຖະກິດໝູນວຽນ, ເສດຖະກິດພູມປັນຍາ ແມ່ນບໍ່ມີຂອບເຂດຈຳກັດ”.
ໂດຍຕາງໜ້າໃຫ້ຫຼາຍວິສາຫະກິດ ຈີນ ເຂົ້າຮ່ວມເວທີປາໄສ, ທ່ານ Jonathan Choi ກຳມະການຜູ້ປະຈຳການຄະນະປຶກສາການເມືອງແຫ່ງຊາດ ຈີນ, ປະທານກຸ່ມບໍລິສັດ Sunwah ຮົ່ງກົງ (ຈີນ) ໄດ້ຕີລາຄາວ່າ ບັນດາວິສາຫະກິດສອງປະເທດມີກຳລັງບົ່ມຊ້ອນຮ່ວມມືຢ່າງໃຫຍ່ຫຼວງໃນຫຼາຍຂົງເຂດ. ທ່ານ Jonathan Choi ແບ່ງປັນວ່າ:
“ກຸ່ມບໍລິສັດ Sunwah ຮົ່ງກົງ ໄດ້ລົງທຶນ ແລະ ຕິດພັນກັບ ຫວຽດນາມ ກວ່າເຄິ່ງສະຕະວັດແລ້ວ, ພວກຂ້າພະເຈົ້າ ຍາມໃດກໍມີຄວາມເຊື່ອໝັ້ນຕໍ່ປະເທດທີ່ຂະຫຍັນຂັນເຄື່ອນນີ້, ຈະສືບຕໍ່ລົງທຶນຢູ່ ຫວຽດນາມ, ຄຽງບ່າຄຽງໄຫຼ່ພ້ອມກັບບັນດາວິສາຫະກິດ ຫວຽດ. ພວກຂ້າພະເຈົ້າໃຫ້ຄຳໝັ້ນສັນຍາເສີມຂະຫຍາຍບົດບາດເປັນຜູ້ເຊື່ອມຕໍ່ ແລະ ຍົກລະດັບຄຸນຄ່າ, ຊຸກຍູ້ການຮ່ວມມືຮອບດ້ານ ຈີນ - ຫວຽດນາມ ໃນບັນດາຂົງເຂດການຄ້າ, ອຸດສາຫະກຳ, ການເງິນ ແລະ ພື້ນຖານໂຄງລ່າງໃຫ້ເປັນຢ່າງດີ.”