• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ລົງ​ທຶນ​ໃຫ້​ການ​ປະ​ຕິ​ຮູບດ້ານ​ການ​ບໍ​ລິ​ຫານແມ່ນ​ການ​ລົງ​ທຶນ​ເພື່ອ​ການ​ພັດ​ທະ​ນາ

ຕອນເຊົ້າວັນທີ 19 ເມສາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ຫົວໜ້າຄະນະຊີ້ນຳການປະຕິຮູບດ້ານການບໍລິຫານຂອງລັດຖະບານ, ເປັນປະທານກອງປະຊຸມຄັ້ງທີ 4 ຂອງ ຄະນະຊີ້ນຳ. ກອງປະຊຸມໄດ້ສຸມໃສ່ຫົວຂໍ້ຍູ້ແຮງການປະຕິຮູບດ້ານການບໍລິຫານ ຕິດພັນກັບການຫັນເປັນດີຈີຕອນ, ຮັບໃຊ້ປະຊາຊົນ, ວິສາຫະກິດ.
ກອງປະຊຸມຄັ້ງທີ 4 ຂອງ ຄະນະຊີ້ນຳ

ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢືນຢັນວ່າ: ລັດຖະບານ, ນາຍົກລັດຖະມົນຕີ ຍາມໃດກໍ່ຖືການປະຕິຮູບດ້ານການບໍລິຫານແມ່ນໜ້າທີ່ບຸກທະລຸຍຸດທະສາດຍ້ອນວ່າ ການລົງທຶນໃຫ້ແກ່ການປະຕິຮູບດ້ານການບໍລິຫານແມ່ນການລົງທຶນເພື່ອການພັດທະນາ. ດັ່ງນັ້ນ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ບັນດາກະຊວງ, ຂະແໜງການຕ້ອງປະຕິບັດວິທີການຫຼຸດຜ່ອນ, ຫັນຂໍ້ກຳນົດດຳເນີນທຸລະກິດ ແລະ ແບ່ງຂັ້ນແກ້ໄຂການປະຕິບັດລະບຽບການບໍລິຫານເປັນງ່າຍດາຍໂດຍໄວ, ເຊື່ອມຕໍ່, ຮວບຮ່ວມ, ແບ່ງປັນບັນດາຂໍ້ມູນຂ່າວສານເພື່ອຮັບໃຊ້ໃຫ້ແກ່ການຊີ້ນຳ, ບໍລິຫານຂອງລັດຖະບານ, ນາຍົກລັດຖະມົນຕີ.

ສຳລັບຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນຂຶ້ນກັບສູນກາງ, ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ຍືນສະເໜີຕໍ່ສະພາປະຊາຊົນປະກາດໃຊ້ບັນດານະໂຍບາຍຍົກເວັ້ນ, ຫຼຸດຜ່ອນຄ່າໃຊ້ຈ່າຍ, ຄ່າການບໍລິການນຳໃຊ້ການບໍລິການສາທາລະນະແບບທາງໄກ, ການຊຳລະແບບທາງໄກເພື່ອສົ່ງເສີມປະຊາຊົນ, ວິສາຫະກິດເຂົ້າຮ່ວມປະຕິບັດ…

 

 

(ແຫຼ່ງຄັດຈາກ VOV)

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ໃນເດືອນ ເມສາ, ການສົ່ງອອກຂອງ ຈີນ ໄດ້ເພີ່ມຂຶ້ນ 8.1%, ລືນກາຍຄວາມຄາດຫວັງ ແລະ ການຄາດຄະເນ.

Top