ຂ່າວສານ
ນາຍົກລັດຖະມົນຕີ ກູເວດ ເປັນປະທານພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ
ຕອນເຊົ້າວັນທີ 17 ພະຈິກ, ຢູ່ນະຄອນຫຼວງ ກູເວດ, ທ່ານນາຍົກລັດຖະມົນຕີ ກູເວດ Sheikh Ahmad Abdullah Al-Ahmad Al Sabah ໄດ້ເປັນປະທານພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໃນໂອກາດຢ້ຽມຢາມກູເວດຢ່າງເປັນທາງການ. ໃນການຢ້ຽມຢາມກູເວດຄັ້ງນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຈະເຂົ້າຮ່ວມການເຈລະຈາ, ພົບປະກັບ ກະສັດ, ນາຍົກລັດຖະມົນຕີ, ເຈົ້າຊາຍ ກູເວດ, ໄປຢ້ຽມຢາມບັນດາຮາກຖານດຳເນີນທຸລະກິດ, ເຮັດວຽກກັບບັນດາກຸ່ມບໍລິສັດເສດຖະກິດໃຫຍ່ ຂອງກູເວດ ແລະ ມີບົດກ່າວປາໄສນະໂຍບາຍຢູ່ສະຖາບັນການຕ່າງປະເທດ ກູເວດ. ຜ່ານບັນດາການເຄື່ອນໄຫວນີ້, ສອງຝ່າຍຈະແລກປ່ຽນ, ເຫັນດີເປັນເອກະພາບທິດທາງ, ມາດຕະການ ແລະ ກຳນົດຂອບເຂດການຮ່ວມມືຢ່າງເລິກເຊິ່ງກວ້າງຂວາງໃນໄລຍະຈະມາເຖິງ. ສອງຝ່າຍຍັງສະແດງການສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສສາກົນ, ປະກອບສ່ວນເຂົ້າໃນການຮັກສາສະຖຽນລະພາບ, ສັນຕິພາບ, ການຮ່ວມມື, ພັດທະນາວັດທະນາຖາວອນ ໃຫ້ແກ່ສອງປະເທດ ແລະ ໂລກ.








