ຂ່າວສານ
ນາຍົກລັດຖະມົນຕີ 3 ປະເທດ ຫວຽດນາມ - ກຳປູເຈຍ - ລາວ ຕົກລົງເຫັນດີສືບຕໍ່ຊຸກຍູ້ການຮ່ວມມືພ້ອມກັນພັດທະນາ
ທີ່ວາລະເຮັດວຽກ, ນາຍົກລັດຖະມົນຕີສາມທ່ານຕົກລົງເຫັນດີຕີລາຄາຫຼາຍກົນໄກຮ່ວມມືສອງຝ່າຍ ແລະ ລະຫວ່າງສາມຝ່າຍ ຫວຽດນາມ - ກຳປູເຈຍ - ລາວ ໄດ້ ແລະ ພວມເສີມຂະຫຍາຍຢ່າງມີປະສິດທິຜົນ, ພົ້ນເດັ່ນແມ່ນການພົບປະລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດ, ລັດຖະມົນຕີກະຊວງຕຳຫຼວດ/ກະຊວງພາຍໃນ ແລະ ລັດຖະມົນຕີກະຊວງການຕ່າງປະເທດ ຂອງສາມປະເທດ; ເຫັນດີໂດຍຖືວ່າ ຄວາມໄວ້ເນື້ອເຊື່ອໃຈ, ການແບ່ງປັນຍຸດທະສາດ ຈະແມ່ນພື້ນຖານໃຫ້ແກ່ການຮ່ວມມືແບບຍືນຍົງຍາວນານໃນບັນດາຂົງເຂດ, ໃນນັ້ນ ເອົາໃຈໃສ່ເປັນພິເສດເຖິງການເຊື່ອມຕໍ່ລະຫວ່າງສອງປະເທດ, ສາມປະເທດ ກ່ຽວກັບດ້ານເສດຖະກິດ, ການຄ້າ, ການເງິນ, ການສຶກສາ, ວັດທະນະທຳ, ພົວພັນແລກປ່ຽນປະຊາຊົນ.
ສາມຝ່າຍເຫັນດີຊຸກຍູ້ການຜັນຂະຫຍາຍການຮ່ວມມືພັດທະນາເຂດຊາຍແດນ; ສົມທົບກັນຄົ້ນຄວ້າສ້າງຕັ້ງບັນດາເຂດເສດຖະກິດຂ້າມຊາຍແດນ, ສຳຫຼວດກວດຄືນປັບປຸງບັນດາຂໍ້ຕົກລົງເພື່ອແນໃສ່ສ້າງກອບນິຕິທຳທີ່ສະດວກເພື່ອພະຍາຍາມຍົກວົງເງິນການຄ້າລະຫວ່າງ ຫວຽດນາມ - ລາວ ຂຶ້ນເປັນ 5 ຕື້ USD ແລະ ຫວຽດນາມ - ກຳປູເຈຍ ຂຶ້ນເປັນ 20 ຕື້ USD; ຊຸກຍູ້ຂໍ້ລິເລີ່ມ “3 ປະເທດ, ຈຸດນັດພົບດຽວ” ແລະ ສົມທົບກັບ ໄທ ຜັນຂະຫຍາຍບັນດາໂຄງການເຊື່ອມຕໍ່ຄົມມະນາຄົມຂົນສົ່ງລະຫວ່າງສີ່ປະເທດ.