• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຫວຽດນາມຕ້ອນຮັບເອກອັກຄະລັດຖະທູດຊະອຸດີ ອາຣັບເບຍ ແລະ ລັດຖະມົນຕີກະຊວງການຄ້າຕ່າງປະເທດແລະລົງທຶນຕ່າງປະເທດກູບາ

2 ປະເທດຈະຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດຄືການຄ້າ, ແຮງງານ, ການລົງທຶນ ແລະ ບັນດາຂົງເຂດເຊິ່ງ 2 ປະເທດມີຄວາມສາມາດບົມຊ້ອນ ແລະ ມີທ່າແຮງ.


ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຕ້ອນຮັບທ່ານເອກອັກຄະລັດຖະທູດ ຊະອຸດີ ອາຣັບເບຍ Saud F.M Al Suwelim. 
(ພາບ: TTXVN)


ຕອນບ່າຍວັນທີ 10 ກັນຍາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ຊະອຸດີ ອາຣັບເບຍ Saud F.M Al Suwelim. ຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ປາດຖະໜາວ່າ 2 ປະເທດຈະຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດຄືການຄ້າ, ແຮງງານ, ການລົງທຶນ ແລະ ບັນດາຂົງເຂດເຊິ່ງ 2 ປະເທດມີຄວາມສາມາດບົມຊ້ອນ ແລະ ມີທ່າແຮງ. ທ່ານນາຍົກລັດຖະມົນຕີເຊື່ອໝັ້ນວ່າ, ໃນອາຍຸການນີ້, ທ່ານເອກອັກຄະລັດຖະທູດຈະສົມທົບກັບບັນດາອົງການທີ່ມີໜ້າທີ່ຂອງຫວຽດນາມ ຢ່າງມີປະສິດທິຜົນ ເພື່ອຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດໃຫ້ພັດທະນາຢ່າງແຮງກວ່າ. ທ່ານນາຍົກລັດຖະມົນຕີກໍ່ສະເໜີໃຫ້ 2 ປະເທດສົມທົບກັນໃຫ້ເປັນຢ່າງດີ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫຼາຍຝ່າຍ.

        ແລະກໍ່ໃນຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີກະຊວງການຄ້າຕ່າງປະເທດ ແລະ ລົງທຶນຕ່າງປະເທດກູບາ Rodrigo Malmierca Diaz. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ, ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນ ແລະ ຮ່ວມມືໃນການພັດທະນາເສດຖະກິດສັງຄົມ, ການລົງທຶນ, ໂທລະຄົມມະນາຄົມ, ກະສິກຳ … ກັບກູບາ. ຫວຽດນາມ ຈະສືບຕໍ່ຮ່ວມມືກັບກູບາ ຢ່າງແໜ້ນແຟ້ນເພື່ອຮັບປະກັນການສະໜອງເຂົ້າສານໃຫ້ແກ່ປະເທດນີ້.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top