• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີເປັນປະທານກອງປະຊຸມນັດສາມັນເດືອນ ສິງຫາ ຂອງລັດຖະບານ

ຕອນບ່າຍວັນທີ 30 ສິງຫາ, ໂດຍສືບຕໍ່ກອງປະຊຸມນັດສາມັນເດືອນ ສິງຫາ ຂອງລັດຖະບານ, ບັນດາສະມາຊິກລັດຖະບານໄດ້ປຶກສາຫາລືບັນດາເນື້ອໃນກ່ຽວກັບສະພາບການເສດຖະກິດສັງຄົມໃນເດືອນ ສິງຫາ ແລະ 8 ເດືອນປີ 2018.

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານກອງປະຊຸມນັດສາມັນເດືອນ ສິງຫາ ຂອງລັດຖະບານ (ພາບ: VGP)

ລັດຖະບານກໍ່ປະກອບຄຳເຫັນໃສ່ບົດລາຍງານຕີລາຄາກາງສະໄໝສະພາບການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ, ການລົງທຶນພາກລັດໄລຍະກາງ 2016 – 2020; ແຜນການການເງິນ - ງົບປະມານແຫ່ງລັດ 3 ປີ 2019 - 2021...

ສະຫລຸບກອງປະຊຸມ, ກ່ຽວກັບສະພາບການເສດຖະກິດສັງຄົມ 8 ເດືອນປີ 2018, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຮັບຮູ້ໝາກຜົນການປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ. ອຳນາດການປົກຄອງທຸກຂັ້ນໄດ້ມີຄວາມເອົາໃຈໃສ່ເຖິງວຽກງານແກ້ໄຂ, ຮັບປະກັນສິດຜົນປະໂຫຍດຂອງປະຊາຊົນ ແລະ ວິສາຫະກິດຫລາຍກ່ວາ. ກ່ຽວກັບໜ້າທີ່ແຕ່ນີ້ຮອດທ້າຍປີ 2018, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃສ່ໃຈວ່າ “ບໍ່ໄດ້ລະເຫລີງ, ບໍ່ປະໝາດ. ຈັດຕັ້ງປະຕິບັດບັນດາມາດຕະການທີ່ໄດ້ວາງອອກຢ່າງຂ້ຽວຂາດ ແລະ ຄົບຊຸດ. ຮັກສາລະບຽບວິໄນຂອງການບໍລິຫານ. ສືບຕໍ່ເຊີດຊູບົດບາດຄວາມຮັບຜິດຊອບຂອງຜູ້ເປັນຫົວໜ້າໃນໜ້າທີ່ວຽກງານຂອງກະຊວງ, ຂະແໜງການ, ທ້ອງຖິ່ນ”. ພິເສດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຊີ້ນຳວ່າ ຕ້ອງມີບັນດາມາດຕະການລະອຽດກ່ຽວກັບຂໍ້ມູນການເຝົ້າລະວັງ,ປ້ອງກັນ, ຕ້ານຝົນໜັກ, ນ້ຳຖ້ວມ, ໄພພິບັດທຳມະຊາດ, ຮັບປະກັນຄວາມສະຫງົບ, ຄວາມປອດໄພທາງຄົມມະນາຄົມ, ປ້ອງກັນຕ້ານອັກຄີໄຟໃນໂອກາດວັນຊາດ 02 ກັນຍາ.

(ແຫຼ່ງຄັດຈາກ VOV)

 

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top