ຂ່າວສານ
ນາຍົກລັດຖະມົນຕີຮຽກຮ້ອງໃຫ້ຮີບເຮັ່ງສ້າງບົດລາຍງານຄົ້ນຄວ້າຄວາມສາມາດເປັນໄປຂອງໂຄງການເສັ້ນທາງລົດໄຟ ລາວກາຍ - ຮ່າໂນ້ຍ - ຫາຍຟ່ອງ
ຕອນຄ່ຳວັນທີ 07 ກັນຍາ, ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ເປັນປະທານກອງປະຊຸມກວດກາ, ສືບຕໍ່ຊຸກຍູ້ການຜັນຂະຫຍາຍໂຄງການເສັ້ນທາງລົດໄຟຄວາມໄວສູງສາຍເໜືອ - ໃຕ້ ແລະ ເສັ້ນທາງລົດໄຟ ລາວກາຍ - ຮ່າໂນ້ຍ - ຫາຍຟ່ອງ.
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ມອບໝາຍໃຫ້ກະຊວງກະສິກຳ ແລະ ສິ່ງແວດລ້ອມ ເປັນເຈົ້າການຜັນຂະຫຍາຍບັນດາວຽກງານກ່ຽວຂ້ອງເຖິງທີ່ດິນ, ປ່າ, ສິ່ງແວດລ້ອມສຳລັບໂຄງການເສັ້ນທາງລົດໄຟ ລາວກາຍ - ຮ່າໂນ້ຍ - ຫາຍຟ່ອງ. ກະຊວງການຕ່າງປະເທດ, ກະຊວງກໍ່ສ້າງ ສົມທົບກັບຝ່າຍ ຈີນ ກະກຽມກອງປະຊຸມຄະນະກຳມະການຮ່ວມການຮ່ວມມືທາງລົດໄຟ ຫວຽດນາມ - ຈີນ, ຕາມນັ້ນແລ້ວ, ການກະກຽມຕ້ອງມີຄວາມລະອຽດ, ພິເສດແມ່ນການເລືອກເອົາທີ່ປຶກສາ.
ທ່ານນາຍົກລັດຖະມົນຕີມອບໝາຍໃຫ້ ກະຊວງກໍ່ສ້າງ ຮີບເຮັ່ງສ້າງບົດລາຍງານຄວາມສາມາດເປັນໄປ ເພື່ອເລີ່ມລົງມືກໍ່ສ້າງໂຄງການເສັ້ນທາງລົດໄຟ ລາວກາຍ - ຮ່າໂນ້ຍ - ຫາຍຟ່ອງ ໃນວັນທີ 19 ທັນວາ 2025.