• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີຮຽກຮ້ອງເພີ່ມທະວີບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢ່າງຂ້ຽວຂາດ, ມີປະສິດທິຜົນກວ່າ

      ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ຫາກໍ່ເຊັນປະກາດໂທລະເລກຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຈົ່ງເພີ່ມທະວີການປະຕິບັດບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ-19.
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຢ້ຽມຢາມຮາກຖານຜະລິດອຸປະກອນການແພດແຫ່ງໜຶ່ງ
(ພາບປະກອບ: VGP)
      ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ຄະນະກຳມະການປະຊາຊົນແຂວງ, ນະຄອນຂຶ້ນກັບສູນກາງ, ສືບຕໍ່ປະຕິບັດການແຍກຫ່າງສັງຄົມຕາມຄຳສັ່ງເລກທີ 16 ຢ່າງເຂັ້ມງວດ, ແທດຈິງ, ມີປະສິດທິຜົນ, ແໜ້ນແຟ້ນກວ່າ. ກ່ຽວກັບການປິ່ນປົວ, ຕ້ອງຫຼຸດຜ່ອນກໍລະນີເສຍຊີວິດຢູ່ໃນລະດັບຕ່ຳສຸດ. ກະກຽມບັນດາແຜນການສູງສຸດທີ່ສາມາດໃຫ້ແກ່ການປິ່ນປົວ, ຮັບປະກັນບັນດາເງື່ອນໄຂອື່ນໃນເວລາໄວສຸດ. ພ້ອມກັນນັ້ນຍູ້ໄວຄວາມຄືບໜ້າໃນການສັກວັກຊິນ.
        ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ບັນດາທ້ອງຖິ່ນທີ່ປະຕິບັດການແຍກຫ່າງສັງຄົມ ຕ້ອງເອົາໃຈໃສ່ເປັນພິເສດການຊີ້ນຳຢ່າງຂ້ຽວຂາດ, ມີປະສິດທິຜົນກວ່າ ໃນການຈະລາຈອນ, ສະໜອງທັນຍາຫານ, ສະບຽງອາຫານ, ເຄື່ອງໃຊ້ທີ່ຈຳເປັນ; ໄດ້ນຳໃຊ້ບັນດາແຫຼ່ງກຳລັງ, ນັບທັງງົບປະມານທ້ອງຖິ່ນເພື່ອສະໜອງທັນຍາຫານ, ສະບຽງອາຫານທີ່ຈຳເປັນທີ່ສຸດໃຫ້ແກ່ປະຊາຊົນປະສົບກັບຄວາມຫຍຸ້ງຍາກ, ຄວາມຕ້ອງການປິ່ນປົວ, ເບິ່ງແຍງສຸຂະພາບໃຫ້ແກ່ປະຊາຊົນ ແລະ ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍໃນບໍລິເວນຢ່າງເດັດຂາດ.
(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top