• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມຄະນະປະຈໍາລັດຖະບານກ່ຽວກັບວຽກງານຕ້ານໂຄວິດ - 19

      ຕອນບ່າຍວັນທີ 13 ເມສາຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມຄະນະປະຈໍາລັດຖະບານກ່ຽວກັບວຽກງານປ້ອງກັນ ແລະ ຕ້ານໂຄວິດ - 19. 

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມຄະນະປະຈໍາລັດຖະບານກ່ຽວກັບວຽກງານຕ້ານໂຄວິດ - 19 (ພາບ: TTXVN)
      ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກໄດ້ຮຽກຮ້ອງໃຫ້ທົ່ວສັງຄົມຈົ່ງສືບຕໍ່ປະຕິບັດຄໍາສັ່ງເລກທີ 16 ວ່າດ້ວຍການແຍກຫ່າງໃນສັງຄົມ ໄລຍະປັດຈຸບັນ ເຊິ່ງແມ່ນສິ່ງສໍາຄັນທີ່ສຸດ. ທ່ານກ່າວວ່າ:
 ພວກເຮົາປະຕິບັດການແຍກຫ່າງໃນສັງຄົມໃນໄລຍະສັ້ນ ບໍ່ແມ່ນຕ້ອງປະຕິບັດໃນໄລຍະຍາວ. ພວກເຮົາມີເປົ້າໝາຍຄູ່ແຕ່ໃຫ້ບຸລິມະສິດແກ່ການຮັກສາສຸຂະພາບຂອງປະຊາຊົນ. ຍ້ອນເຫດນີ້ເອງ ເລື່ອງສືບຕໍ່ປະຕິບັດຄໍາສັ່ງເລກທີ 16 ໃນໄລຍະນີ້ແມ່ນສໍາຄັນທີ່ສຸດ. ຮອດວັນທີ 15 ເມສາ, ຈະພິຈາລະນາຢ່າງລະອຽດ ເພື່ອຈະມີຂໍ້ຕົກລົງແກ້ໄຂໂດຍພື້ນຖານ. ດັ່ງນັ້ນ, ການແຍກຫ່າງ, ໃສ່ຜ້າອັດປາກ ຕ້ອງສືບຕໍ່ປະຕິບັດ ເປັນຕົ້ນແມ່ນຢູ່ບັນດາຕົວເມືອງໃຫຍ່ ແລະ ບ່ອນເກີດໂລກລະບາດ”.
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top