• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີຢ້ຽມຢາມສູນສົມທົບກັນກູ້ໄພກູ້ຊີບການເດີນທະເລຫວຽດນາມເຂດ2ຢູ່ດ່ານັ້ງ

(ທ່ານນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟ​ຸກ, ຢ້ຽມຢາມສູນສົມທົບກັນ
ກູ້ໄພກູ້ຊີບການເດີນທະເລຫວຽດນາມເຂດ 2 ຢູ່ດ່ານັ້ງ)
      ຕອນ​ບ່າຍ​ວັນ​ທີ 31/12, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ໄປ​ຢື້​ຢາມ​ຖາມ​ຂ່າວ ແລະ ໂອ້​ລົມ​ກັບ​ພະ​ນັກ​ງານ, ພາ​ລະ​ກອນ, ນັກ​ເຕັກ​ນິກສູນສົມ​ທົບ​ກັນ​ກູ​້ໄພ​ກູ້​ຊີບການ​ເດີນ​ທະ​ເລ​ຫວຽດ​ນາ​ມ​ ເຂດ 2 ຢູ່​ດ່​ານັ້ງ. ນີ້​ແມ່ນ​ຮາກ​ຖາ​ນ​ກູ້​ໄພ​ກູ້​ຊີບ​ເຄື່ອນ​ໄຫວ​ຢູ່​ທົ່ວ​ເຂດ​ທະ​ເລ​ທາງ​ພາກ​ກາງ ແລະ ນັບ​ທັງ​ເຂດ​ໝູ່​ເກາະ​ຮ່​ວາງ​ຊາ - ເຈື່ອງ​ຊາ ຂຶ້ນ​ກັບ​ອະ​ທິ​ປະ​ໄຕ​ຂອງ​ຫວຽ​ດ​ນາມ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ຮັບ​ຮູ້ ແລະ ຍ້ອງ​ຍໍ​ບັນ​ດາ​ຜົນ​ງານ​ຂອງສູນສົມ​ທົບ​ກັນ​ກູ​້ໄພ​ກູ້​ຊີບການ​ເດີນ​ທະ​ເລ​ຫວຽດ​ນາ​ມ​ ເຂດ 2, ໂດຍ​ສະ​ເພາະ​ແມ່ນ​ໃນ​ການ​ເຄື່ອນ​ໄຫວ​ກູ້​ໄພ​ກູ້​ຊີບ​ບົນ​ທະ​ເລ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄດ້​ເຫັນ​ດີ​ກັບ​ຂໍ້​ສະ​ເໜີ​ສືບ​ຕໍ່​ຄົ້ນ​ຄວ້າ, ຊອກ​ຫາ​ແຫຼ່ງ​ກຳ​ລັງ​ຜັນ​ຂະ​ຫຍາຍ​ຕໍ່​ກ່ຳ​ປັ່ນ​ກູ້​ໄພ​ກູ້​ຊີບ​ລຳ​ໄໝ່​ບາງ​ລຳ, ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ໃນ​ໄລ​ຍະ​ຈ​ະ​ມາ​ເຖິງ​ມີ​ບັນ​ດາ​ກ່ຳ​ປັ່ນ​ທີ່​ທັນ​ສະ​ໄໝຕື່​ມອ​ີກ, ບັນ​ລຸ​ມາດ​ຕະ​ຖານ​ທັນ​ສະ​ໄໝ​ ມີ​ຄວາມ​ປອດ​ໄພ​ສູງ, ຕອບ​ສະ​ໜອງ​ຄວາມ​ຮ​ຽກ​ຮ້ອງ​ໃນ​ການ​ເຄື່ອນ​ໄຫວກ​ູ້​ໄພ​ກູ້​ຊີບ​ໃນ​​ເຂດ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ການສັບສ້ອນ, ຫັນກົງຈັກເປັນກະທັດລັດ, ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແມ່ນລຸລ່ວງໂດຍພື້ນຖານແລ້ວ

Top