• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີຟ້າມມິນຈິ໊ງ: ບໍ່ໃຫ້ປະໝາດຢ່າງເດັດຂາດ, ຍົກສູງສະຕິຄວາມຮັບຮູ້ເພື່ອສຸຂະພາບຂອງປະຊາຄົມ

      ຫົວໜ້າບັນດາກະຊວງ, ຂະແໜງການ, ອົງການຈັດຕັ້ງ ແລະ ຜູ້ນຳໜ້າບັນດາຂັ້ນທ້ອງຖິ່ນຊີ້ນຳການສົມທົບກັນ, ອັບເດັດຂໍ້ມູນຢູ່ພາຍໃນປະເທດ ແລະ ຕ່າງປະເທດ, ກວດກາເພື່ອສ້າງບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດ
ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິ໊ງ
(ພາບ: TTXVN)
      ຫ້ອງວ່າການລັດຖະບານຫາກໍ່ແຈ້ງຂໍ້ສະຫຼຸບຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິ໊ງ ທີ່ກອງປະຊຸມຄະນະປະຈຳລັດຖະບານ ກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ທີ່ດຳເນີນໃນຕອນເຊົ້າວັນທີ 26 ເມສາ.
        ຕາມນັ້ນແລ້ວ, ທ່ານນາຍົກລັດຖະມົນຕີກໍ່ໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ບັນດາອົງການຈັດຕັ້ງ, ຫົວໜ່ວຍ ແລະ ປະຊາຊົນແຕ່ລະຄົນບໍ່ໃຫ້ປະໝາດຢ່າງເດັດຂາດ, ຍົກສູງສະຕິຄວາມຮັບຮູ້ເພື່ອສຸຂະພາບຂອງປະຊາຄົມ ແລະ ສ່ວນບຸກຄົນ, ປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດທີ່ໄດ້ວາງອອກຢ່າງເຂັ້ມງວດ. ຫົວໜ້າບັນດາກະຊວງ, ຂະແໜງການ, ອົງການຈັດຕັ້ງ ແລະ ຜູ້ນຳໜ້າບັນດາຂັ້ນທ້ອງຖິ່ນຊີ້ນຳການສົມທົບກັນ, ອັບເດັດຂໍ້ມູນຢູ່ພາຍໃນປະເທດ ແລະ ຕ່າງປະເທດ, ກວດກາເພື່ອສ້າງບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໃຫ້ສົມບູນແບບ ແລະ ຈັດຕັ້ງການປະຕິບັດ ໃນຂອບເຂດທີ່ຕົນຄຸ້ມຄອງໃຫ້ເໝາະສົມກັບສະພາບການຂອງໂລກລະບາດ ແລະ ຄວາມຮຽກຮ້ອງຕົວຈິງ; ບໍ່ປະໃຫ້ຖືກຕົກເຂົ້າສູ່ທ່າຮັບໃນບັນດາແຜນການທີ່ໂລກລະບາດອາດຈະແຜ່ລະບາດ…
(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ​ເປັນ​ປະ​ທານກອງ​ປະ​ຊຸມ​ຄະ​ນະ​ຊີ້​ນຳ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ, ຫັນ​ເປັນ​ດີ​ຈີ​ຕອນ ແລະ ແຜນ​ຮ່າງ 06

ນາ​ຍົກ​ລັດ​ຖະ​ມົນ​ຕີ​ເປັນ​ປະ​ທານກອງ​ປະ​ຊຸມ​ຄະ​ນະ​ຊີ້​ນຳ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ, ຫັນ​ເປັນ​ດີ​ຈີ​ຕອນ ແລະ ແຜນ​ຮ່າງ 06

ຕອນບ່າຍວັນທີ 28 ມີນາ, ຢູ່ຮ່າໂນ້ຍ, ທ່ານນາຍົກກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ຫົວໜ້າຄະນະຊີ້ນຳຂອງລັດຖະບານກ່ຽວກັບການພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ, ຫັນເປັນດີຈີຕອນ ແລະ ແຜນຮ່າງ 06, ໄດ້ເປັນປະທານກອງປະຊຸມຄັ້ງທີ 2 ປີ 2026 ຂອງຄະນະຊີ້ນຳ. ວາລະປະຊຸມຖືກຈັດຂຶ້ນຕາມຮູບແບບເຊິ່ງໜ້າຢູ່ສຳນັກງານລັດຖະບານຢູ່ ຮ່າໂນ້ຍ, ສົມທົບກັບທາງໄກ ກັບຄະນະຊີ້ນຳຂອງບັນດາແຂວງ, ນະຄອນ.

Top