• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີຍີ່ປຸ່ນປາດຖະໜາຢາກພົບປະກັບການນຳຈີນ ຢູ່ນອກ G20

      ວັນທີ 11 ມິຖຸນາ, ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ສະແດງຄວາມປາດຖະໜາຢາກດຳເນີນການເຈລະຈາ 2 ຝ່າຍກັບທ່ານປະທານປະເທດຈີນ ສີຈີ້ນຜິງ ໃນທ້າຍເດືອນ ມິຖຸນາ ນີ້, ຢູ່ນອກກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າ (G20) ເຊິ່ງຈະດຳເນີນຢູ່ Osaka, ປະເທດຍີ່ປຸ່ນ.
ກ່າວຄຳເຫັນໃນການຕ້ອນຮັບທ່ານເອກອັກຄະລັດຖະທູດຈີນ ໂຄງຊວຽນເຢົາ, ຢູ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີທີ່ນະຄອນຫຼວງໂຕກຽວ, ທ່ານນາຍົກລັດຖະມົນຕີຍີ່ປຸ່ນ ຫວັງວ່າ, 2 ປະເທດອາດຈະພ້ອມກັນກ້າວເຂົ້າສູ່ສັງກາດໃໝ່ຂອງການພົວພັນລະຫວ່າງຍີ່ປຸ່ນ - ຈີນ.
        ຄາດຄະເນວ່າ, ທ່ານປະທານປະເທດຈີນ ສີຈີ້ນຜິງ ຈະມີການໄປຢ້ຽມຢາມຍີ່ປຸ່ນ ເປັນຄັ້ງທຳອິດພາຍຫຼັງຂຶ້ນກຳອຳນາດເມື່ອປີ 2013 ເພື່ອເຂົ້າຮ່ວມກອງປະຊຸມ G20, ເຊິ່ງຈະດຳເນີນໃນລະຫວ່າງວັນທີ 28 – 29 ມິຖຸນາ.
 (ແຫຼ່ງຄັດຈາກ VOV)

4 ເດືອນ​ປະ​ຕິ​ບັດ​ຮູບ​ແບບ​ອຳ​ນາດ​ການ​ປົກ​ຄອງ 2 ຂັ້ນ: ບັນ​ດາ​ບາດ​ກ້າວ​ຫັນ​ປ່ຽນ​ທຳ​ອິດ ແລະ ການ​ກຳ​ນົດ​ທິດ​ໃຫ້​ແກ່ໄລຍະ​ທາງ​ຕໍ່​ໄປ

4 ເດືອນ​ປະ​ຕິ​ບັດ​ຮູບ​ແບບ​ອຳ​ນາດ​ການ​ປົກ​ຄອງ 2 ຂັ້ນ: ບັນ​ດາ​ບາດ​ກ້າວ​ຫັນ​ປ່ຽນ​ທຳ​ອິດ ແລະ ການ​ກຳ​ນົດ​ທິດ​ໃຫ້​ແກ່ໄລຍະ​ທາງ​ຕໍ່​ໄປ

ພາຍຫຼັງເວລາ 4 ເດືອນທີ່ຜັນຂະຫຍາຍ ຮູບແບບອຳນາດການປົກຄອງ 2 ຂັ້ນ, ຫວຽດນາມ ບັນລຸໄດ້ບັນດາຜົນສຳເລັດໃນເບື້ອງຕົ້ນ ໃນການຈັດຕັ້ງຮູບແບບບໍລິຫານຄືນໃໝ່. ໄລຍະເວລານີ້ໄດ້ສະແດງໃຫ້ເຫັນວິທີກົງຈັກດັດປັບຕໍ່ການປ່ຽນແປງ, ວິທີ ປຊຊ ຮັບຮູ້ ແລະ ສິ່ງສຳຄັນກວ່າແມ່ນຮູບແບບນີ້ພວມເປີດການກຳນົດທິດໃຫ້ແກ່ໄລຍະທາງຕໍ່ໄປ.

Top