• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ໂຮນລັງ ເດີນທາງມາຮອດ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

ທ່ານນາຍົກລັດຖະມົນຕີ Mark Rutte ໄດ້ຢ້ຽມຢາມ ຫວຽດນາມ ເປັນສອງຄັ້ງ (ໃນເດືອນ ມິຖຸນາ 2014 ແລະ ເດືອນ ເມສາ 2019), ໄດ້ຕ້ອນຮັບການນຳຂັ້ນສູງ ຫວຽດນາມ ຢ້ຽມຢາມ ໂຮນລັງ ຫຼາຍຄັ້ງ.
ການຕ້ອນຮັບທ່ານນາຍົກລັດຖະມົນຕີ ລາຊະອານາຈັກ ໂຮນລັງ Mark Rutte ຢູ່ສະໜາມບິນ (ພາບ:TTXVN)

ຕອນຄ່ຳວັນທີ 1 ພະຈິກ, ທ່ານນາຍົກລັດຖະມົນຕີ ລາຊະອານາຈັກ ໂຮນລັງ Mark Rutte ໄດ້ເດີນທາງມາຮອດຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການເປັນເວລາ 2 ວັນ (1 – 2 ພະຈິກ), ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ.

ທ່ານນາຍົກລັດຖະມົນຕີ Mark Rutte ໄດ້ຢ້ຽມຢາມ ຫວຽດນາມ ເປັນສອງຄັ້ງ (ໃນເດືອນ ມິຖຸນາ 2014 ແລະ ເດືອນ ເມສາ 2019), ໄດ້ຕ້ອນຮັບການນຳຂັ້ນສູງ ຫວຽດນາມ ຢ້ຽມຢາມ ໂຮນລັງ ຫຼາຍຄັ້ງ. ການຢ້ຽມຢາມ ຫວຽດນາມ ຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ Mark Rutte ມີຄວາມໝາຍສຳຄັນສຳລັບການພົວພັນສອງປະເທດໃນສະພາບການ ຫວຽດນາມ ແລະ ໂຮນລັງ ພວມສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1973 – 2023). ປະຈຸບັນ, ໂຮນລັງ ແມ່ນນັກລົງທຶນໃຫຍ່ສຸດຂອງ ສະຫະພາບເອີລົບ ທີ່ລົງທຶນເຂົ້າ ຫວຽດນາມ, ດ້ວຍຍອດເງິນລົງທຶນປະມານ 13,7 ຕື້ ໂດລາສະຫະລັດ ແລະ ແມ່ນປະເທດນຳເຂົ້າສິນຄ້າຂອງ ຫວຽດນາມ ຫຼາຍທີ່ສຸດຢູ່ ເອີລົບ, ດ້ວຍຍອດວົງເງິນການຄ້າສອງຝ່າຍບັນລຸກ່ວາ 11 ຕື້ໂດລາສະຫະລັດ.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ຫວຽດ​ນາມ ພັດ​ທະ​ນາ​ຢ່າງ​ຂະ​ຫຍັນ​ຂັນ​ເຄື່ອນ, ບໍ​ລິ​ຫານ​ຢ່າງ​ມີ​ປະ​ສິດ​ທິ​ຜົນ

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ຫວຽດ​ນາມ ພັດ​ທະ​ນາ​ຢ່າງ​ຂະ​ຫຍັນ​ຂັນ​ເຄື່ອນ, ບໍ​ລິ​ຫານ​ຢ່າງ​ມີ​ປະ​ສິດ​ທິ​ຜົນ

ປັດ​ຈຸ​ບັນ, ຫວຽດ​ນາມ ພວມ​ຜັນ​ຂະ​ຫຍາຍ​ການ​ສັບ​ຊ້ອນ​ກົງ​ຈັດ​ລັດ​ໃຫ້​ກະ​ທັດ​ລັດ​ຢ່າງ​ແຮງ, ປັບ​ປຸງ​ລະ​ບອບ​ລະ​ບຽບ​ການ​ໃຫ້​ສົມ​ບູນ​ແບບ ແລະ ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ບໍ​ລິ​ຫາ​ນ​ແຫ່ງ​ຊາດ. ເປົົ້າ​ໝາຍ​ໃຫຍ່​ສຸດ​ແມ່ນ​ເພື່ອ​ສ້າງ​ກຳ​ລັງ​ໜູນ​ພັດ​ທະ​ນາ​ໃໝ່, ຍົກ​ສູງ​ກຳ​ລັງ​ແຮງ​ແກ້ງ​ແຍ້ງ ແລະ ກຳ​ລັງ​ແຮງ​ທົນ​ທານ​ຂອງ​ປະ​ເທດ ໃນ​ສະ​ພາບ​ການ​ໂລກ​ມີ​ການ​ຜັນ​ແປ​ຢ່າງວ່ອງ​ໄວ ແລະ ສັບ​ສົນ.

Top