• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ແລະ ປະທານສະພາແຫ່ງຊາດຖະຫວາຍດອກໄມ້, ຈູດທູບທຽນ ອາໄລຫາປະທານ ໂຮ່ຈິມີນ

      ເນື່ອງໃນໂອກາດສະເຫຼີມສະຫຼອງ 74 ປີແຫ່ງວັນການປະຕິວັດເດືອນສິງຫາ (19 ສິງຫາ 1945 – 19 ສິງຫາ 2019) ແລະ 50 ປີແຫ່ງວັນປະຕິບັດຕາມ ຄຳພິໄນກຳ ຂອງປະທານ ໂຮ່ຈິມີນ, ວັນທີ 18 ສິງຫາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ໄປຖະຫວາຍດອກໄມ້, ຈູດທູບທຽນອາໄລຫາປະທານໂຮຈິມີນ ຢູ່ຫໍບູຊາປະທານໂຮຈິມີນໃນພູເຂົາບາວິ່, ຮ່າໂນ້ຍ.

ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ (ພາບ: TTXVN)
      ທີ່ຫໍບູຊາປະທານໂຮ່ຈິມີນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ, ທ່ານ ອະດີດປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ໄດ້ຖະຫວາຍດອກໄມ້, ຈູດທູບທຽນດ້ວຍຄວາມເຄົາລົບເພື່ອລະນຶກເຖິງຄຸນງາມຄວາມດີອັນຍິ່ງໃຫຍ່ຂອງປະທານໂຮ່ຈິມີນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ແລະ ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ກໍ່ມອບທຶນ ສົ່ງເສີມການສຶກສາ 16 ທຶນໃຫ້ແກ່ບັນດານັກຮຽນຢູ່ 16 ຕາແສງໃນເຂດບໍລິເວນ ປ່າສະຫງວນແຫ່ງຊາດ ບາວິ່.
        ແລະກໍ່ໃນວັນທີ 19 ສິງຫາ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ບັນດາທ່ານຮອງປະທານສະພາແຫ່ງຊາດຄື: ທ່ານອວງຈຸລິວ, ຟຸ່ງກ໊ວກຫ໋ຽນ ແລະ ການນຳຫ້ອງວ່າການສະພາແຫ່ງຊາດໄດ້ໄປຖະຫວາຍດອກໄມ້, ຈູດທູບທຽນ, ອາໄລຫາປະທານໂຮຈິມີນຢູ່ເຮືອນເລກທີ 67, ເຂດອະນຸສອນສະຖານ ປະທານ ໂຮ່ຈິມີນ ຢູ່ທຳນຽບປະທານປະເທດຢູ່ນະຄອນຫຼວງຮ່າໂນ້ຍ.
 (ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top