• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ອິດສະຣາແອັນ ອອກຄຳສັ່ງບຸກໂຈມຕີ Hezbollah ໂດຍບໍ່ຫົວຊາຕໍ່ຄຳສັ່ງຢຸດຍິງ

ຊ່ອງໂທລະພາບແຫ່ງຊາດ Kan TV News ໄດ້ຄັດສະເໜີບັນດາຄຳເວົ້າຂອງເຈົ້າໜ້າທີ່ຄວາມໝັ້ນຄົງ ອິດສະຣາແອັນ ກ່າວເຕືອນຄວາມສ່ຽງທີ່ຂໍ້ຕົກລົງຢຸດຍິງກັບ Hezbollah ອາດຈະຖືກລົ້ມລະລາຍ.

ວັນ​ທີ 25 ເມ​ສາ, ຫ້ອງວ່າ​ການ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິດ​ສະ​ຣາ​ແອັນ ໃຫ້​ຮູ້​ວ່າ ທ່ານ Benjamin Netanyahu ນາ​ຍົກ​ລັດ​ຖະ​ມົນ​ຕີ ອິດ​ສະ​ຣາ​ແອັນ ໄດ້​ອອກ​ຄຳ​ສັ່ງ​ໃຫ້​ກອງ​ທັບດຳ​ເນີນ​ບັນ​ດາບັ້ນ​ບຸກ​ໂຈມ​ຕີ​ຢ່າງ​ແຮງເຂົ້າໃສ່​ບັນ​ດາ​ເປົ້າ​ໝາຍ​ຂອງ Hezbollah ໃນ​ຜືນ​ແຜ່ນ​ດິນ ລີ​ບັງ. ກຳ​ລັງ​ປ້ອງ​ກັນ​ຕົວ ອິດ​ສະ​ຣາ​ແອັນ (IDF) ຢັ້ງ​ຢືນ​ວ່າ ແຕ່​ຕອນ​ເຊົ້າ​ວັນ​ທີ 25 ເມ​ສາ ໄດ້​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ໃສ່​ຫຼາຍ​ພື້ນ​ຖານ​ໂຄງ​ລ່າງທີ່​ໄດ້​ຮັບ​ຖື​ວ່າ Hezbollah ນຳ​ໃຊ້​ເພື່ອ​ຮັບ​ໃຊ້​ຈຸດ​ປະ​ສົ​ງ​ດ້ານ​ການ​ທະ​ຫານ​ຢູ່​ທົ່ວ​ພາກ​ໃຕ້ ລີ​ບັງ, ພ້ອມ​ກັນ​ນັ້ນ ກໍ່ຢືນ​ຢັນ​ວ່າ ຈະ​ສືບ​ຕໍ່​ມີ​ການ​ກະ​ທຳ​ຢ່າງ​ຂ້ຽວ​ຂາດ​ເພື່ອຮັບ​ມື​ກັບ​ໄພ​ນາບ​ຂູ່​ຕາມ​ການ​ຊີ້​ນຳ​ຈາກ​ຂັ້ນ​ການ​ນຳ​​ການ​ເມືອງ.

ໃນ​ເຫດ​ການ​ທີ່​ກ່ຽວ​ຂ້ອງ, ຊ່ອງ​ໂທ​ລະ​ພາບ​ແຫ່ງ​ຊາດ Kan TV News ໄດ້​ຄັດ​ສະ​ເໜີ​ບັນ​ດາ​ຄຳ​ເວົ້າ​ຂອງ​ເຈົ້າ​ໜ້າ​ທີ່​ຄວາມ​ໝັ້ນ​ຄົງ ອິດ​ສະ​ຣາ​ແອັນ ກ່າວ​ເຕືອນ​ຄວາມ​ສ່ຽງ​ທີ່ຂໍ້​ຕົກ​ລົງ​ຢຸດ​ຍິງ​ກັບ Hezbollah ອາດ​ຈະ​ຖືກ​ລົ້ມ​ລະ​ລາຍ.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ຫວຽດ​ນາມ ພັດ​ທະ​ນາ​ຢ່າງ​ຂະ​ຫຍັນ​ຂັນ​ເຄື່ອນ, ບໍ​ລິ​ຫານ​ຢ່າງ​ມີ​ປະ​ສິດ​ທິ​ຜົນ

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ຫວຽດ​ນາມ ພັດ​ທະ​ນາ​ຢ່າງ​ຂະ​ຫຍັນ​ຂັນ​ເຄື່ອນ, ບໍ​ລິ​ຫານ​ຢ່າງ​ມີ​ປະ​ສິດ​ທິ​ຜົນ

ປັດ​ຈຸ​ບັນ, ຫວຽດ​ນາມ ພວມ​ຜັນ​ຂະ​ຫຍາຍ​ການ​ສັບ​ຊ້ອນ​ກົງ​ຈັດ​ລັດ​ໃຫ້​ກະ​ທັດ​ລັດ​ຢ່າງ​ແຮງ, ປັບ​ປຸງ​ລະ​ບອບ​ລະ​ບຽບ​ການ​ໃຫ້​ສົມ​ບູນ​ແບບ ແລະ ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ບໍ​ລິ​ຫາ​ນ​ແຫ່ງ​ຊາດ. ເປົົ້າ​ໝາຍ​ໃຫຍ່​ສຸດ​ແມ່ນ​ເພື່ອ​ສ້າງ​ກຳ​ລັງ​ໜູນ​ພັດ​ທະ​ນາ​ໃໝ່, ຍົກ​ສູງ​ກຳ​ລັງ​ແຮງ​ແກ້ງ​ແຍ້ງ ແລະ ກຳ​ລັງ​ແຮງ​ທົນ​ທານ​ຂອງ​ປະ​ເທດ ໃນ​ສະ​ພາບ​ການ​ໂລກ​ມີ​ການ​ຜັນ​ແປ​ຢ່າງວ່ອງ​ໄວ ແລະ ສັບ​ສົນ.

Top