• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ: ຫວຽດນາມພວມຕ້ອນຮັບບັນດານັກລົງທຶນສິງກະໂປ

ຕອນເຊົ້າວັນທີ 26 ເມສາ, ໃນຂອບເຂດການຢ້ຽມຢາມສິງກະໂປຢ່າງເປັນທາງການ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມເວທີປາໄສດຳເນີນທຸລະກິດຫວຽດນາມ - ສິງກະໂປ.


ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກກ່າວຄຳເຫັນທີ່ເວທີປາໄສ

(ພາບ: VOV)

ເວທີປາໄສດັ່ງກ່າວ ມີການເຂົ້າຮ່ວມຂອງຜູ້ແທນປະມານ 700 ຄົນ, ໃນນັ້ນ ມີການນຳບັນດາກະຊວງ, ຂະແໜງການ ແລະ ວິສາຫະກິດຂອງສອງປະເທດ. ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ: ພາຍຫຼັງ 5 ປີທີ່ກາຍເປັນຄູ່ຮ່ວມມືຍຸດທະສາດຂອງກັນ, ສິງກະໂປໄດ້ມີໂຄງການລົງທຶນຢູ່ຫວຽດນາມ ຫຼາຍກວ່າ 2.000 ໂຄງການ ດ້ວຍຍອດເງິນທຶນທັງໝົດ ກວ່າ 43 ຕື້ USD, ວົງເງິນການຄ້າສອງສົ້ນ ເກືອບ 8,5 ຕື້ USD. ປັດຈຸບັນ, ຫວຽດນາມກໍມີ ເກືອບ 100 ໂຄງການລົງທຶນຢູ່ສິງກະໂປ ດ້ວຍ ເງິນທຶນຫຼາຍກວ່າ 200 ລ້ານ USD.

        ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ລັດຖະບານຫວຽດນາມຕັດສິນໃຈເຄື່ອນໄຫວ ນຳເສດຖະກິດຫວຽດນາມກ້າວເດີນຢ່າງແຮງໃນໄລຍະຈະມາເຖິງ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ:

        “ຫວຽດນາມພວມມານະພະນາຍາມສ້າງພື້ນຖານເສດຖະກິດ ແບບ startup ຢ່າງມີຫົວຄິດປະດິດສ້າງ, ມີລັກສະນະຂະຫຍັນຂັນເຄື່ອນຂອງເສດຖະກິດ, ມີນະໂຍບາຍ, ມີລະດັບຄວາມຮູ້ກ່ຽວກັບການຜະລິດດຳເນີນທຸລະກິດໄດ້ຮັບການຍົກສູງຂຶ້ນນັ້ນ ພວມສ້າງກາລະໂອກາດອັນໃຫຍ່ຫຼວງຫຼາຍຢ່າງໃຫ້ແກ່ນັກດຳເນີນທຸລະກິດແບບ startup ລົງທຶນ, ທຳມາຫາກິນຢູ່ ຫວຽດນາມ. ຕາມນັ້ນ, ພວກຂ້າພະເຈົ້າກໍສົ່ງເສີມບັນດາກອງທຶນມຸ່ງໄປເຖິງການຊ່ວຍເຫຼືອວິສາຫະກິດ startup ຢ່າງມີຫົວຄິດປະດິດສ້າງ ແລະ ມີຄວາມສາມາດບົ່ມຊ້ອນ. ລັດຖະບານຫວຽດນາມໃຫ້ຄຳໝັ້ນສັນຍາວ່າ ຈະໜູນຊ່ວຍ ແລະ ສ້າງເງື່ອນໄຂໃຫ້ບັນດາແນວຄິດຢາກດຳເນີນທຸລະກິດແບບ startup ຢ່າງສຸດຂີດ, ປົກປ້ອງສິດຊັບສິນທາງປັນຍາໃນຂອບເຂດຂອງກົດໝາຍວ່າດ້ວຍສິດຊັບສິນທາງປັນຍາ ທີ່ສະພາແຫ່ງຊາດຫວຽດນາມໄດ້ຮັບຮອງເອົາ, ກໍຄືປະຕິບັດບັນດາຄຳໝັ້ນສັນຍາປົກປ້ອງສິດຊັບສິນທາງປັນຍາໃນຂອບເຂດບັນດາສັນຍາ FTAທີ່ ຫວຽດນາມ ພວມເຂົ້າຮ່ວມ”.

(ແຫຼ່ງຄັດຈາກ VOV)


UNESCO ຮັບ​ຮອງກຸ່ມ​ເຂດ​ອະ​ນຸ​ສອນ​ສະ​ຖານ ແລະ ທັດ​ສະ​ນີ​ຍະ​ພາບ ອຽນ​ຕື໋ - ຫວິງ​ງຽມ​, ກົນ​ເຊີນ, ກຽບ​ບາກ ເປັນ​ມໍ​ລະ​ດົກ​ວັດ​ທະ​ນ​ະ​ທຳ​ໂລກ

UNESCO ຮັບ​ຮອງກຸ່ມ​ເຂດ​ອະ​ນຸ​ສອນ​ສະ​ຖານ ແລະ ທັດ​ສະ​ນີ​ຍະ​ພາບ ອຽນ​ຕື໋ - ຫວິງ​ງຽມ​, ກົນ​ເຊີນ, ກຽບ​ບາກ ເປັນ​ມໍ​ລະ​ດົກ​ວັດ​ທະ​ນ​ະ​ທຳ​ໂລກ

ກຸ່ມເຂດອະນຸສອນສະຖານ ແລະ ທັດສະນີຍະພາບ ອຽນຕື - ຫວິງງຽມ, ກົນເຊີນ, ກຽບບາກ ນອນຢູ່ບັນດາແຂວງ ກວາງນິງ, ບັກນິງ ແລະ ນະຄອນ ຫາຍຟ່ອງ ດ້ວຍຖືເອົາສາສະໜາພຸດ ນິກາຍ ຈຸກເລີມ ເປັນແກ່ນສານ - ໄດ້ຮັບການສ້າງຕັ້ງຂຶ້ນໃນສະຕະວັດທີ XIII ໂດຍບັນດາເຈົ້າຊີວິດຂອງລາດຊະວົງ ເຈິ່ນ.

Top