• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖວາຍດອກໄມ້ ໄຕ້ທູບທຽນບູຊາ ອາໄລຫາບັນດາອະດີດການນຳພັກ, ລັດຫວຽດນາມ

      ໃນການລົງປະຕິບັດງານຢູ່ນະຄອນໂຮ່ຈິມິນ, ຕອນບ່າຍວັນທີ 19 ມັງກອນ,  ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ , ທ່ານຮອງນາຍົກລັດຖະມົນຕີ ວູ້ດຶກດາມ ໄດ້ໄປຖວາຍດອກໄມ້ ໄຕ້ທູບທຽນບູຊາ ອາໄລຫາບັນດາອະດີດການນຳພັກ, ລັດຫວຽດນາມໄດ້ເຖິງແກ່ມໍລະນະກຳຜ່ານສະໄໝຕ່າງໆ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ນຳໜ້າຄະນະໄປ ຖວາຍດອກໄມ້ ໄຕ້ທູບທຽນບູຊາ ອາໄລຫາບັນດາອະດີດການນຳພັກ, ລັດ
      ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໄປຖວາຍດອກໄມ້ ໄຕ້ທູບທຽນບູຊາ ອາໄລຫາ ທ່ານເລຂາທິການໃຫຍ່ ຫງວຽນວັນລິງ, ອະດີດປະທານສະພາແຫ່ງລັດ, ອະດີດຮອງປະທານສະພາລັດຖະມົນຕີ, ອະດີດທີ່ປຶກສາຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫວໍຈີ້ກົງ. ຕໍ່ຈາກນັ້ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໄປຖວາຍດອກໄມ້ ໄຕ້ທູບທຽນບູຊາ ອາໄລຫາ ທ່ານພົນເອກ ເລດຶກແອງ, ອະດີດປະທານປະເທດ ແລະ ອະດີດນາຍົກລັດຖະມົນຕີ ຫວໍວັນກຽດ, ອະດີດນາຍົກລັດຖະມົນຕີ ຟານວັນຂາຍ .
     ກ່ອນໜ້ານັ້ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໄປຖວາຍດອກໄມ້ ໄຕ້ທູບທຽນບູຊາ ອາໄລຫາ ນັກທະນາຍຄວາມ ຫງວຽນຮິ້ວເຖາະ ອະດີດ ຮັກສາການປະທານປະເທດ.
 (ແຫຼ່ງຄັດຈາກ VOV)
 

      

ນະຄອນ ໂຮ່ຈິມີນ: ສະມາຊິກເຄືອຂ່າຍນະຄອນຮ່ຳຮຽນທົ່ວໂລກ

ນະຄອນ ໂຮ່ຈິມີນ: ສະມາຊິກເຄືອຂ່າຍນະຄອນຮ່ຳຮຽນທົ່ວໂລກ

49 ປີພາຍຫລັງໄດ້ຮັບການປົດປ່ອຍຢ່າງສົມບູນ (1975 – 2024), ນະຄອນ ໂຮ່ຈີມິນ ປະຈຸບັນໄດ້ພັດທະນາເປັນຕົວເມືອງໃຈກາງການບໍລິຫານທັນສະໄຫມຂອງ ອາຊີຕາເວັນອອກສ່ຽງໃຕ້ ເທື່ອລະກ້າວ. ຫວ່າງແລ້ວນີ້, ນະຄອນໂຮ່ຈີມິນ ໄດ້ຮັບການຮັບຮອງຈາກອົງການສຶກສາ ວິທະຍາສາດ ແລະ ວັດທະນະທຳຂອງ ສປຊ (UNESCO) ວ່າ ແມ່ນສະມາຊິກຂອງເຄືອຂ່າຍນະຄອນຮ່ຳຮຽນທົ່ວໂລກ.

Top