• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຟ້າມມິງຈີງ ເຂົ້າຮ່ວມກອງປະຊຸມສະຫຼຸບການເຄື່ອນໄຫວທະນາຄານໄລຍະ 6 ເດືອນຕົ້ນປີ 2023

ກອງປະຊຸມໂດຍທະນາຄານແຫ່ງລັດ ຫວຽດນາມຈັດຕັ້ງດ້ວຍຮູບການໂດຍເຊິ່ງໜ້າຢູ່ ສຳນັກງານທະນາຄານແຫ່ງລັດ ຫວຽດນາມ (ຮ່າໂນ້ຍ) ແລະ ຮູບການທາງໄກເຊື່ອມຕໍ່ກັບ 63 ສະຖານທີ່ເປັນສາຂາທະນາຄານແຫ່ງລັດຢູ່ 63/63 ແຂວງ, ນະຄອນໃນທົ່ວປະເທດ.

ທະນາຄານແມ່ນເສັ້ນເລືອດຂອງເສດຖະກິດ, ເສັ້ນເລືອດຈໍລະຈອນໄດ້ດີຫຼືບໍ່ນັ້ນ, ແມ່ນຍ້ອນປະສິດທິຜົນການເຄື່ອນໄຫວ ການທະນາຄານ ແລະ ບົດບາດດັດປັບ ຂອງທະນາຄານແຫ່ງລັດ. ສະນັ້ນ, ການດັດປັບຕ້ອງມີຄວາມວ່ອງໄວ, ທັນການ, ຄ່ອງຕົວ ແລະ ມີປະສິດທິຜົນ, ຕ້ອງຖືເອົາຜົນປະໂຫຍດສ່ວນລວມ ແລະ ຜົນປະໂຫຍດ ຂອງປະຊາຊົນເໜືອກ່ວາສິ່ງໃດໝົດ. ນີ້ແມ່ນຄຳຢືນຢັນຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໃນຕອນເຊົ້າວັນທີ 15/7, ທີ່ກອງປະຊຸມສະຫຼຸບ ການເຄື່ອນໄຫວທະນາຄານໄລຍະ 6 ເດືອນຕົ້ນປີ ແລະ ຜັນຂະຫຍາຍປະຕິບັດໜ້າທີ່ 6 ເດືອນທ້າຍປີ 2023. ກອງປະຊຸມໂດຍທະນາຄານແຫ່ງລັດ ຫວຽດນາມຈັດຕັ້ງດ້ວຍຮູບການໂດຍເຊິ່ງໜ້າຢູ່ ສຳນັກງານທະນາຄານແຫ່ງລັດ ຫວຽດນາມ (ຮ່າໂນ້ຍ) ແລະ ຮູບການທາງໄກເຊື່ອມຕໍ່ກັບ 63 ສະຖານທີ່ເປັນສາຂາທະນາຄານແຫ່ງລັດຢູ່ 63/63 ແຂວງ, ນະຄອນໃນທົ່ວປະເທດ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ກ່າວຄຳເຫັນ ທີ່ກອງປະຊຸມ

ກ່ຽວກັບໜ້າທີ່ວຽກງານ ແລະ ວິທີແກ້ໄຂຕົ້ນຕໍໄລຍະ 6 ເດືອນທ້າຍປີ 2023 ແລະ ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ຕ້ອງປະຕິບັດບັນດາມາດຕະການບໍລິຫານນະໂຍບາຍເງິນຕາຢ່າງເປັນເຈົ້າການ ແລະ ຄ່ອງຕົວໂດຍມີການຄວບຄຸມຢ່າງເໝາະສົມ ແລະ ທັນການ, ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ການຜະລິດ ແລະ ດຳເນີນທຸລະກິດ. , ຊຸກຍູ້ການເຕີບໂຕຕິດພັນກັບສະຖຽນລະພາບທາງດ້ານເສດຖະກິດມະຫາພາກ, ຄວບຄຸມໄພເງິນເຟີ້;ໃຫ້ບຸລິມະສິດແກ່ການບໍລິໂພກ, ການລົງທຶນ ແລະ ການສົ່ງອອກ. ພ້ອມກັນນັ້ນ, ສືບຕໍ່ສຳຫຼວດກວດຄືນ, ສ້າງລະບອບລະບຽບການ, ກົນໄກ ນະໂຍບາຍກ່ຽວກັບເງິນຕາ ແລະ ທະນາຄານ; ສຸມໃສ່ຊຸກຍູ້ການແບ່ງຂັ້ນຄຸ້ມຄອງ ແລະສິດອຳນາດ, ຫຼຸດຜ່ອນລະບຽບການບໍລິຫານ.

(ແຫຼ່ງຄັດຈາກ VOV)

10 ເຫດການທີ່ພົ້ນເດັ່ນຂອງ ຫວຽດນາມ ໃນປີ 2025 ໂດຍສຳນັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທີ່ພົ້ນເດັ່ນຂອງ ຫວຽດນາມ ໃນປີ 2025 ໂດຍສຳນັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ຫວຽດນາມ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ:

Top