ຂ່າວສານ
ນາຍົກລັດຖະມົນຕີ ຟ້າມມິງຈິງ ຖະຫວາຍດອກໄມ້ຈູດທູບທຽນອາໄລຫາປະທານໂຮ່ຈິມິນຢູ່ເຂດປູຊະນີຍະສະຖານລະດັບຊາດພິເສດ ສະຖານທີ່ໄຊຊະນະຊາຍແດນປີ 1950 ແລະ ອາໄລຫາອະດີດນາຍົກລັດຖະມົນຕີຟານວັນຄ້າຍ
ຕອນເຊົ້າວັນທີ 2 ກຸມພານີ້, ໃນຂອບເຂດການຢ້ຽມຢາມແຂວງ ກາວບັງ, ເນື່ອງໃນໂອກາດຕ້ອນຮັບລະດູບານໃໝ່ປີມະເສງ 2025 ແລະ ສະເຫຼີມສະຫຼອງ 95 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ (3/2/1930 – 3/2/2025) ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພ້ອມດ້ວຍຄະນະໄດ້ ຖະຫວາຍດອກໄມ້ຈູດທູບທຽນອາໄລຫາຢູ່ເຮືອນອະນຸສອນສະຖານປະທານ ໂຮ່ຈີມິນ ແລະ ເຂດປູຊະນີຍະສະຖານລະດັບຊາດພິເສດ ສະຖານທີ່ ໄຊຊະນະຊາຍແດນປີ 1950.
ກ່ອນໜ້ານັ້ນ ຕອນບ່າຍວັນທີ1ກຸມພາ, ເນື່ອງໃນໂອກາດບຸນເຕັດປະຈຳຊາດ, ທ່ານນາຍົກລັດຖະມົນຕີຟ້າມມິງຈິງໄດ້ຖະຫວາບທູບທຽນອາໄລຫາອະດີດນາຍົກລັດຖະມົນຕີຟານວັນຄ້າຍແລະຢຶ້ຢາມຖາມຂ່າວ, ອວຍພອນບຸນເຕັດຄອບຄົວ, ຍາດພີ່ນ້ອງຂອງເພິ່ນຢູ່ນະຄອນໂຮ່ຈີມິນ.
ນະທີ່ນີ້, ທ່ານນາຍົກລັດຖະມົນຕີຟ້າມມິງຈິງເນັ້ນໜັກວ່າ: ໂດຍອາໄລຫາບັນດາການນຳລຸ້ນກ່ອນ, ພວກເຮົາຫວັງປະຕິບັດຕາມແບບຢ່າງ, ຮ່ຳຮຽນ, ສືບຕໍ່ກ້າວເດີນ, ຍົກສູງຈິດໃຈຄຸນສົມບັດສິນທຳປະຕິວັດ, ສຸດຈິດສຸດໃຈ, ຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນຢ່າງສຸດຄວາມສາມາດ; ຮັກສາ, ເພີ່ມພູນຄູນສ້າງໝາກຜົນການປະຕິວັດເຊິ່ງຄົນລຸ້ນກ່ອນຍາດມາໄດ້, ສືບຕໍ່ສ້າງສາປະເທດຊາດໃຫ້ຮັ່ງມີເຂັ້ມແຂງ, ສີວິໄລ, ວັດທະນາຖາວອນ, ປະຊາຊົນນັບມື້ນັບມີຄວາມອີ່ມໜຳສຳລາມ, ສົມບູນພູມສຸກ.
ທ່ານນາຍົກລັດຖະມົນຕີໄດ້ສົ່ງຄຳອວຍພອນປີໃໝ່ຈົ່ງມີສຸຂະພາບເຂັ້ມແຂງ, ວັດຖະນາຖາວອນໄປຍັງບັນດາສະມາຊິກໃນຄອບຄົວຂອງທ່ານອະດີດນາຍົກລັດຖະມົນຕີ ຟານວັນຄ້າຍ, ສືບຕໍ່ຮັກສາ, ເສີມຂະຫຍາຍມູນເຊື້ອຄອບຄົວ, ປະກອບສ່ວນເຂົ້າໃນພາລະກິດແຫ່ງການກໍ່ສ້າງແລະປົກປັກຮັກສາປະເທດຊາດ.