• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບລັດຖະມົນຕີກະຊວງວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ບຣາຊິນ

ລັດຖະບານ ບຣາຊິນ ຈະປະຕິບັດສຳເລັດວິວັດການຮັບຮອງກົດລະບຽບການເສດຖະກິດການຕະຫຼາດຂອງ ຫວຽດນາມ ໂດຍໄວ,
ການຕ້ອນຮັບທີ່ສຳນັກງານລັດຖະບານ (ພາບ:TTXVN)

ຕອນເຊົ້າວັນທີ 28 ພະຈິກ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບທ່ານນາງ Luciana Santos, ລັດຖະມົນຕີກະຊວງ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ບຣາຊິນ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.  

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຫວັງວ່າ: ລັດຖະບານ ບຣາຊິນ ຈະປະຕິບັດສຳເລັດວິວັດການຮັບຮອງກົດລະບຽບການເສດຖະກິດການຕະຫຼາດຂອງ ຫວຽດນາມ ໂດຍໄວ, ເພື່ອແນໃສ່ເຮັດໃຫ້ການພົວພັນຮ່ວມມືສອງຝ່າຍ ກ່ຽວກັບເສດຖະກິດ, ການຄ້າ ໃຫ້ເລິກເຊິ່ງກ່ວາອີກ, ສ້າງຄວາມສະດວກໃຫ້ແກ່ການແກ້ໄຂບັນດາບັນຫາປ້ອງກັນດ້ານການຄ້າຢ່າງຍຸຕິທຳ ແລະ ຕ່າງຝ່າຍຕ່າງມີຄວາມສົນໃຈ. ທ່ານນາຍົກລັດຖະມົນຕີ ກໍ່ສະເໜີໃຫ້ກະຊວງວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳໃໝ່ ບຣາຊິນ ເອົາໃຈໃສ່ພິເສດເຖິງການຮ່ວມມືລະຫວ່າງສອງປະເທດໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ໃຫ້ຮູ້ວ່າ: ການນຳຂັ້ນສູງ ຫວຽດນາມ ປາດຖະໜາຢາກຕ້ອນຮັບທ່ານປະທານາທິບໍດີ ບຣານຊິນ Lula da Silva, ຢ້ຽມຢາມ ຫວຽດນາມ ໃນປີໜ້າ, ເນື່ອງໃນໂອກາດສະເຫຼີມສະຫຼອງ 35 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ (1989 – 2024).     

ທ່ານນາງລັດຖະມົນຕີ Luciana Santos ໃຫ້ຮູ້ວ່າ: ຜ່ານການເຈລະຈາກັບ ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ, ສອງຝ່າຍໄດ້ເຫັນດີເປັນເອກະພາຊຸກຍູ້ການຮ່ວມມືໃນບັນດາຂົງເຂດເຕັກໂນໂລຊີທີ່ຫາກໍ່ພົ້ນເດັ່ນຂຶ້ນ…

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top