ຂ່າວສານ
ນັກຊ່ຽວຊານ, ວິສາຫະກິດ ຕັ້ງຄວາມຫວັງພາຍຫຼັງການໂອ້ລົມທາງໂທລະສັບລະຫວ່າງ ທ່ານເລຂາທິການໃຫຍ່ ໂຕເລິມ ກັບ ທ່ານປະທານາທິບໍດີ Donald Trump
ຕາມທ່ານນາງ ເລຮັ່ງ, ຮອງເລຂາສະຫະສະມາຄົມການປຸງແຕ່ງ ແລະ ສົ່ງອອກສິນໃນນ້ຳ ຫວຽດນາມ (VASEP) ແລ້ວ, ການໂອ້ລົມທາງໂທລະສັບໄດ້ນຳມາເຊິ່ງຄວາມຫວັງຫຼາຍຢ່າງໃຫ້ແກ່ວິສາຫະກິດໃນຂະແໜງສິນໃນນ້ຳ ເວົ້າສະເພາະ, ວິສາຫະກິດສົ່ງອອກ ເວົ້າລວມ:
“ຂໍ້ມູນຂ່າວໃນເບື້ອງຕົ້ນກ່ຽວກັບບັນດາຄຳໝັ້ນສັນຍາຂອງ ທ່ານປະທານາທິບໍດີ ອາເມລິກາ ກັບທ່ານເລຂາທິການໃຫຍ່ ໃນການໂອ້ລົມທາງໂທລະສັບນັ້ນ ແມ່ນຄວາມຫວັງຕໍ່ໝາກຜົນອັນດີງາມກວ່າໃນໄລຍະຈະມາເຖິງ”.
ໃນຂະນະນັ້ນ, ນັກຊ່ຽວຊານດ້ານເສດຖະກິດ ຟ້າມເຖແອັງ, ຫົວໜ້າພະແນກເສດຖະສາດ, ມະຫາວິທະຍາໄລເສດຖະກິດແຫ່ງຊາດ, ແບ່ງປັນວ່າ:
“ເມື່ອ ອາເມລິກາ ຮັບຮອງພື້ນຖານເສດຖະກິດ ຫວຽດນາມ ແມ່ນເສດຖະກິດການຕະຫຼາດນັ້ນ ຈະຊ່ວຍຍົກສູງທີ່ຕັ້ງບົດບາດຂອງ ຫວຽດນາມ ໃນຕະຫຼາດສາກົນ, ສາມາດຊ່ວຍ ຫວຽດນາມ ໃນການສຳຜັດກັບແຫຼ່ງເງິນກູ້ຢືມໃນຕະຫຼາດສາກົນ ດ້ວຍອັດຕາດອກເບ້ຍທີ່ຕ່ຳກວ່າ, ສາມາດດຶງດູດບັນດາກະແສເງິນລົງທຶນສາກົນເຂົ້າ ຫວຽດນາມ ໄດ້ຫຼາຍກວ່າ. ພ້ອມດຽວກັນນັ້ນ ຫວຽດນາມ ກໍຈະໄດ້ຮັບການຍົກເລີກບັນດາຂໍ້ຈຳກັດໃນການນຳເຂົ້າບັນດາເຕັກໂນໂລຢີສູງຈາກ ອາເມລິກາ”.
ໄປຄຽງຄູ່ກັນນັ້ນ, ບັນດາສື່ມວນຊົນໃຫຍ່ຂອງສາກົນຄື: Reuters, Financial Times, Bloomberg, Nikkei… ກໍໄດ້ອັບເດດຂ່າວ ອາເມລິກາ ແລະ ຫວຽດນາມ ບັນລຸໄດ້ຂໍ້ຕົກລົງການຄ້າໃໝ່, ສ້າງຂີດໝາຍສຳຄັນໃນການພົວພັນການຄ້າສາກົນ, ດ້ວຍບັນດາຜົນກະທົບຕໍ່ສອງພື້ນຖານເສດຖະກິດ ກໍຄືລະບົບສະໜອງທົ່ວໂລກຫຼາຍພໍສົມຄວນ.








