• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນັກຮຽນຮູ້ສາກົນຖືເປັນສຳຄັນ UNCLOS ແລະຄຳຕັດສິນຂອງ PCA ໃນການແກ້ໄຂບັນຫາທະເລຕາເວັນອອກ

      ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານສາສະດາຈານ Thomas Engelbert ຂຶ້ນກັບມະຫາວິທະຍາໄລ Hamburg ໄດ້ຖືວ່າ: ພາຍຫຼັງສານ PCA ອອກຄຳຕັດສິນກ່ຽວກັບທະເລຕາເວັນອອກ, ສະພາບການຢູ່ເຂດທະເລນີ້ ສືບຕໍ່ມີການຜັນແປທີ່ເຄັ່ງຕຶງຢູ່ພູມສາດຕົວຈິງ, ດ້ວຍການລະເມີດກົດໝາຍສາກົນທີ່ໄດ້ເກີດຂຶ້ນເປັນປະຈຳ ເຊິ່ງເຮັດໃຫ້ຫຼາຍປະເທດຕ້ອງອອກສຽງຄັດຄ້ານ.
ຄຳຕັດສິນຂອງສານ PCA ແມ່ນພື້ນຖານນິຕິກຳສຳຄັນໃນການແກ້ໄຂບັນຫາຢູ່ທະເລຕາເວັນອອກ (ພາບ: TTXVN)
      ວັນທີ 9 ກໍລະກົດ, ສະຖາບັນ ອາຊີ - ອາບຟຼິກກາ ຂຶ້ນກັບມະຫາວິທະຍາໄລ Hamburg ຂອງ ເຢຍລະມັນ ໄດ້ຈັດກອງປະຊຸມສຳມະນາຄັ້ງທີ 4 ກ່ຽວກັບທະເລຕາເວັນອອກ ເນື່ອງໃນໂອກາດ 5 ປີແຫ່ງ ວັນສານກຳມະການປະຈຳ (PCA) ອອກຄຳຕັດສິນ ກ່ຽວກັບທະເລຕາເວັນອອກ (ວັນທີ 12 ກໍລະກົດ 2016). ຍ້ອນໂລກລະບາດໂຄວິດ - 19, ດັ່ງນັ້ນກອງປະຊຸມສຳມະນາໄດ້ຈັດຕັ້ງຕາມຮູບການທາງອອນລາຍ ແຕ່ບັນດາຜູ້ແທນເຂົ້າຮ່ວມລ້ວນແຕ່ຖືເປັນສຳຄັນສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982 ແລະ ຄຳຕັດສິນຂອງສານ PCA ໃນການແກ້ໄຂບັນດາບັນຫາຢູ່ທະເລຕາເວັນອອກ.
ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານສາສະດາຈານ Thomas Engelbert ຂຶ້ນກັບມະຫາວິທະຍາໄລ Hamburg ໄດ້ຖືວ່າ: ພາຍຫຼັງສານ PCA ອອກຄຳຕັດສິນກ່ຽວກັບທະເລຕາເວັນອອກ, ສະພາບການຢູ່ເຂດທະເລນີ້ ສືບຕໍ່ມີການຜັນແປທີ່ເຄັ່ງຕຶງຢູ່ພູມສາດຕົວຈິງ, ດ້ວຍການລະເມີດກົດໝາຍສາກົນທີ່ໄດ້ເກີດຂຶ້ນເປັນປະຈຳ ເຊິ່ງເຮັດໃຫ້ຫຼາຍປະເທດຕ້ອງອອກສຽງຄັດຄ້ານ. ໃນຂະນະນັ້ນ, ວິວັດການເຈລະຈາກ່ຽວກັບກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ລະຫວ່າງ ອາຊຽນ ແລະ ຈີນ ຍັງບໍ່ທັນສຳເລັດເທື່ອ. ທ່ານສາດສະດາຈານ Thomas Engelbert ກໍ່ໄດ້ເຕື້ອງເຖິງບັນຫານີ້ເມື່ອຕົ້ນປີ 2021, ຍີ່ປຸ່ນ ໄດ້ສົ່ງເອກະສານທາງການໄປຍັງ ສປຊ ເພື່ອປະຕິເສດບັນດາຄວາມຮຽກຮ້ອງອະທິປະໄຕຂອງ ຈີນ ຢູ່ທະເລຕາເວັນອອກ. ບັນດາປະເທດຄື: ອາເມລິກາ, ອັງກິດ, ຝລັ່ງ, ເຢຍລະມັນ, ອົດສະຕາລີ, ນິວຊີແລຍ, ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ ແລະ ຫວຽດນາມ ກໍ່ໄດ້ຍົກອອກບັນດາຖະແຫຼງການກ່ຽວກັບບັນດາການຜັນແປທີ່ເຄັ່ງຕຶງຢູ່ເຂດທະເລນີ້. ບັນດາຝ່າຍລ້ວນແຕ່ມີຄວາມຫວັງວ່າ ທະເລຕາເວັນອອກ ຈະແມ່ນເຂດທະເລທີ່ມີຄວາມປອດໄພ, ຮັບປະກັນການເສລີໃນການເດີນເຮືອ. ປະຊາຄົມສາກົນ ຍາມໃດກໍ່ຖືເປັນສຳຄັນການປະຕິບັດກົດໝາຍສາກົນ ແລະ ຄັດຄ້ານຢ່າງແຮງບັນດາການກະທຳລະເມີດ UNCLOS ກໍ່ຄືການບໍ່ປະຕິບັດຕາມຄຳຕັກສິນຂອງສານ PCA.
(ແຫຼ່ງຄັດຈາກ VOV)


ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top