ຂ່າວສານ
ນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມແມ່ນສ້າງການພົວພັນດ້ານເສດຖະກິດຕ່າງຝ່າຍຕ່າງມີຜົນປະໂຫຍດກັບ ອາເມລິກາ

ວັນທີ 13 ມີນາ, ຢູ່ສຳນັກງານຫ້ອງການຕາງໜ້າການຄ້າ ອາເມລິກາ (USTR) ຢູ່ວໍຊິງຕັນ, ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຫງວຽນຮົ່ງຢຽນ ໄດ້ມີການເຮັດວຽກກັບທ່ານ Jamieson L. Greer ຫົວໜ້າຫ້ອງການການຄ້າ ອາເມລິກາ ເພື່ອແລກປ່ຽນກ່ຽວກັບການຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າສອງຝ່າຍລະຫວ່າງ ຫວຽດນາມ ແລະ ອາເມລິກາ. ນີ້ແມ່ນການເຮັດວຽກສຳຄັນ, ແບບເຊິ່ງໜ້າ ແລະ ທາງການທຳອິດຢູ່ຂັ້ນລັດຖະມົນຕີລະຫວ່າງສອງປະເທດນັບແຕ່ເວລາອາເມລິກາ ມີອຳນາດການປົກຄອງຊຸດໃໝ່.
ທີ່ການເຮັດວຽກ, ສອງຝ່າຍໄດ້ຢັ້ງຢືນວ່າ ເສົາຄ້ຳເສດຖະກິດ - ການຄ້າ - ການລົງທຶນສວມບົດບາດເປັນກຳລັງໜູນຫຼັກແຫຼ່ງໃນການຊຸກຍູ້ສັງລວມການພົວພັນສອງຝ່າຍ.
ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ຢັ້ງຢືນ ຫວຽດນາມຍາມໃດກໍ່ຖືອາເມລິກາແມ່ນຄູ່ຮ່ວມມືສຳຄັນແຖວໜ້າ. ນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມແມ່ນສ້າງການພົວພັນດ້ານເສດຖະກິດ, ການຄ້າໃຫ້ກົມກຽວ, ຍືນຍົງ, ມີສະຖຽນລະພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດກັບອາເມລິກາ, ພ້ອມທັງບໍ່ມີເຈດຈຳນົງສ້າງຮົ້ວກີດຂວາງໃດທີ່ອາດຈະກໍ່ຜົນເສຍຫາຍຕໍ່ຜູ້ອອກແຮງງານ ຫຼືຄວາມໝັ້ນຄົງດ້ານເສດຖະກິດ, ຄວາມໝັ້ນຄົງແຫ່ງຊາດຂອງອາເມລິກາ.