• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນະຄອນຫຼວງວຽງຈັນ ແບ່ງປັນຄວາມຫຍຸ້ງຍາກກັບນະຄອນຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ

      ນະຄອນໂຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ແມ່ນສອງນະຄອນແຮກສ່ຽວກັບນະຄອນຫຼວງວຽງຈັນ, ເລື່ອງແບ່ງປັນຊື່ງກັນ ແລະ ກັນໃນຈຸດເວລານີ້ແມ່ນຈຳເປັນທີ່ສຸດ, ມີຄວາມໝາຍອັນໃຫ່ຍຫຼວງໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ 19.
 (ພາບ:VOV Lao)
            ວັນທີ 18 ມິຖຸນາ, ຜູ້ຕາງໜ້າສະມາຄົມຊາວຫວຽດນາມ ອາໄສຢູ່ນະຄອນຫຼວງວຽງຈັນ ໄດ້ມອບເງິນສົດດ້ວຍມູນຄ່າ 50 ລ້ານກີບ (ປະມານ 115 ລ້ານດົ່ງ) ໃຫ້ແກ່ອຳນາດການປົກຄອງນະຄອນຫຼວງວຽງຈັນ ເພື່ອແນໃສ່ຕອບສະໜອງບັ້ນຂົນຂວາຍບໍລິຈາກເງິນ ແບ່ງປັນກັບນະຄອນໂຮ່ໂນ້ຍ ແລະ ນະຄອນໂຮ່ຈີມິນ ເພື່ອຕ້ານໂລກລະບາດໂຄວິດ 19. ທ່ານພູຂົງ ບັນນະວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ນະຄອນຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ແມ່ນສອງນະຄອນແຮກສ່ຽວກັບນະຄອນຫຼວງວຽງຈັນ, ເລື່ອງແບ່ງປັນຊື່ງກັນ ແລະ ກັນໃນຈຸດເວລານີ້ແມ່ນຈຳເປັນທີ່ສຸດ, ມີຄວາມໝາຍອັນໃຫ່ຍຫຼວງໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ 19; ເພີ່ມທະວີການພົວພັນອັນດີງາມ ລະຫວ່າງນະຄອນຫຼວງວຽງຈັນ ກັບນະຄອນໂຮ່ໂນ້ຍ ແລະ ນະຄອນໂຮ່ຈີມິນ ແລະ ເພີ່ມພູນຄູນສ້າງນຳ້ໃຈສາມັກຄີມິດຕະພາບແບບພິເສດ, ການຮ່ວມມືຮອບດ້້ານລະຫວ່າງສອງປະເທດຫວຽດນາມ ແລະ ລາວ ໃຫ້ນັບມື້ນັບແໜ້ນແຟ້ນກ່ວາອີກ.
 (ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top