• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນະຄອນຫຼວງຄວນຍູ້ແຮງຂະບວນການແຂ່ງຂັນ, ປະກອບສ່ວນປະຕິບັດສຳເລັດບັນດາເປົ້າໝາຍພັດທະນາເສດຖະກິດ ສັງຄົມ

      ຕອນເຊົ້າວັນທີ 3 ຕຸລາ, ຢູ່ຮ່າໂນ້ຍ, ທ່ານຫງວຽນຊວັນຟຸກ ນາຍົກລັດຖະມົນຕີຫວຽດນາມ ປະທານສະພາແຂ່ງຂັນຍ້ອງຍໍສູນກາງໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ແຂ່ງຂັນຮັກຊາດນະຄອນຫຼວງ ຮ່າໂນ້ຍ ໄລຍະ 2020 – 2025. 

ທ່ານຫງວຽນຊວັນຟຸກ ນາຍົກລັດຖະມົນຕີຫວຽດນາມກ່າວຄຳເຫັນທີ່ກອງປະຊຸມໃຫຍ່ (ພາບ: VGP) 
      ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນຊວັນຟຸກ ໄດ້ຮັບຮູ້ວ່າ ໃນໄລຍະຜ່ານມາ ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນນະຄອນຫຼວງໄດ້ເສີມຂະຫຍາຍມູນເຊື້ອອະລິຍະທຳ ແລະ ວິລະຊົນຢ່າງບໍ່ຢຸດຢັ້ງ, ມານະພະຍາຍາມແຂ່ງຂັນ, ສູ້ຊົນປະຕິບັດບັນດາໜ້າທີ່ດ້ານການເມືອງ, ຄາດໝາຍເສດຖະກິດສັງຄົມໃນແຕ່ລະປີ ແລະ ໄລຍະ 2015 – 2020ໄດ້ຢ່າງມີໄຊ, ປະກອບສ່ວນຢ່າງເໝາະສົມຕໍ່ພາລະກິດຫັນນະຄອນຫຼວງ ແລະ ທົ່ວປະເທດເປັນອຸດສາຫະກຳ ແລະ ທັນສະໄໝ. ທ່ານກ່າວວ່າ:
            ວຽກງານແຂ່ງຂັນຕ້ອງຕິດແທດກັບໜ້າທີ່ການເມືອງ, ປະຕິບັດເປົ້າໝາຍ, ໜ້າທີ່ພັດທະນາເສດຖະກິດສັງຄົມຂອງນະຄອນ. ຂະບວນການແຂ່ງຂັນຕ້ອງສ້າງກຳລັງໜູນປະກອບສ່ວນແກ້ໄຂໜ້າທີ່ແຜນການວຽກງານຂອງແຕ່ລະພະແນກ, ຂະແໜງການ ແລະ ແຕ່ລະທ້ອງຖິ່ນໃຫ້ເປັນຢ່າງດີ, ໃນນັ້ນສຸມໃສ່ຂົງເຂດ, ໜ໊າທີ່ຢ່າງລະອຽດ, ແທດຈິງ, ສາມາດປຸກລະດົມບັນດາພະນັກງານສະມາຊິກພັກ ແລະ ມວນຊົນໄດ້ເປັນຈຳນວນຫຼວງຫຼາຍເພື່ອຕອບສະໜອງ, ເຂົ້າຮ່ວມການປະຕິບັດ.
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top