• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນະຄອນຫຼວງ ຮ່າໂນ້ຍປະດັບປະດາແຂວນທຸງຊາດ ເພື່ອຕ້ອນຮັບກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 13 ຂອງພັກ

      ກ່ອນວັນໄຂກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ, ທຸງຊາດໄດ້ປະດັບປະດາແຂວນຢູ່ຕໍ່ໜ້າເຮືອນຂອງປະຊາຊົນແຕ່ລະຫຼັງ ນັ້ນຄືວິທີການສະແດງໃຫ້ເຫັນຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ, ຄວາມຄາດຫວັງກ້າວຂຶ້ນຂອງ ຊາດ ແລະ ປະຊາຊົນ.
ປະຊາຊົນຢູ່ຖະໜົນ ຮ່າວນາມ ປະດັບແຂວນທຸງຊາດ ເພື່ອຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ 13 ຂອງພັກ
      ໃນຊຸມວັນຜ່ານມາ, ມີເຮືອນປະຊາຊົນຫຼາຍຫຼັງ, ຫ້ອງການ, ຖະໜົນຫົນທາງຢູ່ ນະຄອນຫຼວງຮ່າໂນ້ຍ ໄດ້ເລີ່ມຕົ້ນການປະດັບປະດາແຂວນທຸງຊາດເພື່ອຕ້ອນຮັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ. ສຳລັບຫຼາຍຄົນ, ເລື່ອງແຂວນທຸງຊາດ ບໍ່ພຽງແຕ່ແມ່ນຄວາມຮັບຜິດຊອບເທົ່ານັ້ນ ຫາກຍັງແມ່ນຄວາມເອກອ້າງທະນົງໃຈ ແລະ ຄວາມເຊື່ອໝັ້ນເຄົາລົບຮັກຕໍ່ການນຳພາຂອງພັກ. ປ້າ ຮ່ວາງທິບິ່ງ, ດຳລົງຊີວິດຢູ່ຮ່ອມ 126 ຖະໜົນ ຮ່າວນາມ, ເມືອງ ດົ໊ງດາແບ່ງປັນວ່າ:
            ເມື່ອປະດັບປະດາແຂວນທຸງຂຶ້ນ ຂ້າພະເຈົ້າຮູ້ສຶກ ປິຕິຊົມຊື່ນ, ມີຄວາມເຊື່ອໝັ້ນ ແລະ ເອກອ້າງທະນົງໃຈຕໍ່ແນວທາງ ກໍ່ຄືມູນເຊື້ອປະຕິວັດຂອງ ປະເທດເຮົາ. ໂດຍສະເພາະໃນຄັ້ງນີ້, ເນື່ອງໃນໂອກາດກອງປະຊຸມໃຫຍ່ຂອງພັກຈະມາເຖິງ, ສະເຫຼີມສະຫຼອງ 91 ປີແຫ່ງວັນສ້າງຕັ້ງພັກ ການປະດັບປະດາແຂວນທຸງຊາດ ຍິ່ງມີຄວາມໝາຍກ່ວາເກົ່າ ຍ້ອນວ່າ ກອງປະຊຸມໃຫຍ່ຂອງພັກ 5 ປີຈຶ່ງໄດ້ຈັດຕັ້ງເທື່ອໜຶ່ງ.
            ກ່ອນວັນໄຂກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ, ທຸງຊາດໄດ້ປະດັບປະດາແຂວນຢູ່ໜ້າເຮືອນຂອງປະຊາຊົນແຕ່ລະຫຼັງ ນັ້ນຄືວິທີການສະແດງໃຫ້ເຫັນຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ, ຄວາມຄາດຫວັງກ້າວຂຶ້ນຂອງ ຊາດ ແລະ ປະຊາຊົນ.
(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top