• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນະຄອນດ່າໜັງ ເກັບຕົວຢ່າງວິໄຈຫາເຊື້ອໂຄວິດ -19 ຫຼາຍກວ່າ 16.000 ຕົວຢ່າງ

      ນັບແຕ່ວັນທີ 25 ກໍລະກົດ ຫາຕອນເຊົ້າວັນທີ 3 ສິງຫາ, ນະຄອນດ່າໜັງໄດ້ດໍາເນີນເກັບຕົວຢ່າງກວດຫາເຊື້ອໂຄວິດ - 19 ຈໍານວນ 16.107 ຕົວຢ່າງ, ໃນນັ້ນ ມີ 10.101 ຕົວຢ່າງມີຜົນເປັນລົບ, 121 ຕົວຢ່າງມີຜົນເປັນບວກ.

ນະຄອນດ່າໜັງ ເກັບຕົວຢ່າງວິໄຈຫາເຊື້ອໂຄວິດ -19 ຫຼາຍກວ່າ 16.000 ຕົວຢ່າງ
      ປັດຈຸບັນ, ດ່າໜັງມີ 5 ຫົວໜ່ວຍກວດຫາເຊື້ອໂຄວິດ - 19 ນັ້ນ ແມ່ນ ສູນຄວບຄຸມພະຍາດດ່າໜັງ, ໂຮງໝໍດາໜັງ, ໂຮງໝໍປິ່ນປົວປອດດ່າໜັງ, ໂຮງໝໍເສນາຮັກ 17 ແລະ ໂຮງໝໍ 199 ຂອງກະຊວງຕໍາຫຼວດ.  ທາງນະຄອນສາມາດດໍາເນີນການກວດຫາເຊື້ອໄວຣັດໄດ້ເຖິງ 10.000 ຕົວຢ່າງຕໍ່ວັນ ແລະ ທາງນະຄອນກໍພວມສະເໜີຕໍ່ກະຊວງສາທາລະນະສຸກຊ່ວຍຍົກສູງກໍາລັງຄວາມສາມາດກວດວິໄຈໃຫ້ຂຶ້ນເຖິງ 20.000 ຕົວຢ່າງຕໍ່ວັນ. ທ່ານ ຮວິ່ງດຶກເທີ ປະທານຄະນະກໍາມະການນະຄອນດ່າໜັງ ໃຫ້ຮູ້ວ່າ:
        ຖ້າຫາກຍົກສູງກໍາລັງຄວາມສາມາດກວດວິໄຈຫາເຊື້ອໃຫ້ໄດ້ 20.000 ຕົວຢ່າງຕໍ່ມື້ວັນ ແມ່ນຈະຫຼຸດເວລາຂອງການສະກັດກັ້ນການແຜ່ລະບາດຂອງໂລກລະບາດໄດ້ຫຼາຍທີ່ສຸດ. ພວກຂ້າພະເຈົ້າສະເໜີໃຫ້ກະຊວງສາທາລະນະສຸກ ເອົາໃຈໃຈເຖິງການເພີ່ມກໍາລັງຄວາມສາມາດການກວດວິໄຈອັງຊີແຢນ ດ້ວຍວິທີ Real time – PCR ເພື່ອໃຫ້ມີໝາຜົນຢ່າງຊັດເຈນ”.
(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top