• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ້ອງ​ຖິ່ນ​ຕ່າງໆ ສືບ​ຕໍ່​ຜັນ​ຂະ​ຫຍາຍ​ການ​ສັກ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ງວດ​ທຳ​ອິດ

ໃນງວດທໍາອິດນີ້, ຮ່າໂນ້ຍ ໄດ້ຮັບວັກຊິນກວ່າ 8000 ໂດສ ແລະ ໃຫ້ບຸລິມະສິດແກ່ 6 ຮາກຖານສາທາລະນະສຸກທີ່ມີຄວາມສ່ຽງສູງຕໍ່ການຕິດເຊື້ອພະຍາດໂຄວິດ - 19. 
ການສັກວັກຊິນກັນພະຍາດໂຄວິດ - 19 ຢູ່ ໂຮງໝໍ ແທງຍ່ານ (ພາບ: Vietnam+)

ຕອນເຊົ້າວັນທີ 9 ມີນາ, ໂຮງໝໍແທັງຍ່ານ ແມ່ນຮາກຖານສາທາລະນະສຸກແຫ່ງທຳອິດ ຂຶ້ນກັບພະແນກສາທາລະນະສຸກ ນະຄອນ ຮ່າໂນ້ຍ ໄດ້ຜັນຂະຫຍາຍການສັກວັກຊິນກັນພະຍາດໂຄວິດ - 19 ງວດທຳອິດ ໃຫ້ແກ່ກຸ່ມພະນັກງານ, ແພດໝໍ ທີ່ມີຄວາມສ່ຽງສູງຕໍ່ການຕິດເຊື້ອ. ວັກຊິນທີ່ໄດ້ນຳໃຊ້ໃນຄັ້ງນີ້ ແມ່ນວັກຊິນ Astra Genneca ໂດຍກະຊວງສາທາລະນະສຸກ ຫວຽດນາມ ແຈກຢາຍໃຫ້. ໃນງວດທໍາອິດນີ້, ຮ່າໂນ້ຍ ໄດ້ຮັບວັກຊິນກວ່າ 8000 ໂດສ ແລະ ໃຫ້ບຸລິມະສິດແກ່ 6 ຮາກຖານສາທາລະນະສຸກທີ່ມີຄວາມສ່ຽງສູງຕໍ່ການຕິດເຊື້ອພະຍາດໂຄວິດ - 19.  ທ່ານ ຈື໋ຊວັນຢຸງ, ຮອງປະທານ ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າໄດ້ຊີ້ນຳໃຫ້ຂະແໜງສາທາລະນະສຸກ ຜັນຂະຫຍາຍບັ້ນສັກວັກຊິນຕາມທິດເປີດເຜີຍໂປ່ງໃສ, ພິເສດ ຕ້ອງຮັບປະກັນປະສິດທິຜົນ ແລະ ຄວາມປອດໄພ. ຂະແໜງສາທາລະນະສຸກນະຄອນ ກໍໄດ້ຊາບຊຶມຜັນຂະຫຍາຍຢ່າງມີແບບມີແຜນ, ບໍ່ປະໃຫ້ເກີດກໍລະນີບໍ່ດັ່ງຫວັງ.” 

        ໃນວັນດຽວກັນ, ແຂວງ ຢາລາຍ ກໍໄດ້ຈັດຕັ້ງການສັກວັກຊິນກັນພະຍາດໂຄວິດ - 19 ຈຳນວນ 61 ໂດສ ທຳອິດ ໃນຈຳນວນ 1900 ໂດສ ທີ່ກະຊວງສາທາລະນະສຸກ ແຈກຢາຍໃຫ້ ເຊັ່ນດຽວກັນ. 

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top