ຂ່າວສານ
ທ່ານເລມິນຮຶງ ນາຍົກລັດຖະມົນຕີ: ຫວຽດນາມ ຍາມໃດກໍ່ສະຫງວນບຸລິມະສິດສູງສຸດໃຫ້ການພົວພັນກັບ ລາວ
ຕອນບ່າຍວັນທີ 14 ຕຸລາ, ຢູ່ສຳນັກງານລັດຖະບານ, ກ່າວຄຳເຫັນທີ່ການຕ້ອນຮັບທ່ານ ວິໄລ ຫຼ້າຄຳຟອງ ຜູ້ປະຈຳການຄະນະເລຂາທິການສູນກາງພັກປະຊາຊົນ ປະຕິວັດ ລາວ ພວມຢ້ຽມຢາມ ຫວຽດນາມຢ່າງເປັນທາງການ, ທ່ານນາຍົກລັດຖະມົນຕີ ເລມິນຮຶງ ໄດ້ຢັ້ງຢືນ ຫວຽດນາມ ຍາມໃດກໍ່ສະຫງວນບຸລິມະສິດສູງສຸດໃຫ້ແກ່ການພົວພັນ ກັບ ລາວ.
ທ່ານນາຍົກລັດຖະມົນຕີ ເລມິງຮຶງ ສະເໜີສອງຝ່າຍສຸມໃສ່ຍົກສູງປະສິດທິຜົນປະຕິບັດບັນດາຂໍ້ຕົກລົງຂັ້ນສູງ; ຜັນຂະຫຍາຍຍຸດທະສາດການຮ່ວມມື ຫວຽດນາມ - ລາວ ໄລຍະ 2021 – 2030 ຢ່າງມີປະສິດທິຜົນ, ສົນທິສັນຍາວ່າດ້ວຍການຮ່ວມມືລະຫວ່າງສອງລັດຖະບານ ໄລຍະ 2026 – 2030 ແລະ ບັນດາຂໍ້ຕົກລົງທີ່ບັນລຸໄດ້; ເພີ່ມທະວີການປຶກສາຫາລື, ແບ່ງປັນບົດຮຽນປະສົບການໃນການພັດທະນາປະເທດຊາດ. ສອງຝ່າຍປະສານສົມທົບກັນຍູ້ໄວຄວາມຄືບໜ້າບັນດາໂຄງການເຊື່ອມຕໍ່ທາງດ້ານຄົມມະນາຄົມ ຄື: ເສັ້ນທາງບົກຄວາມໄວສູງ ຮ່າໂນ້ຍ - ວຽງຈັນ, ໂຄງການເສັ້ນທາງລົດໄຟ ວຽງຈັນ - ຫວູງອ້າງ, ບັນດາໂຄງການເຊື່ອມຕໍ່ພະລັງງານ, ຜັນຂະຫຍາຍໂຄງການມະຫາວິທະຍາໄລມິດຕະພາບ ລາວ - ຫວຽດນາມໂດຍໄວ; ເພີ່ມທະວີການຮ່ວມມືໃນການສຶກສາ - ບຳລຸງສ້າງ, ວິທະຍາສາດ - ເຕັກໂນໂລຢີ, ວັດທະນະທຳ, ການທ່ອງທ່ຽວ ແລະ ລະຫວ່າງບັນດາທ້ອງຖິ່ນ; ສືບຕໍ່ປະສານສົມທົບ, ສະໜັບສະໜູນເຊິ່ງກັນແລະກັນ ຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ; ເປັນຕົ້ນແມ່ນ ອາຊຽນ, ສປຊ ແລະ ບັນດາກົນໄກຮ່ວມມືເຂດອະນຸພາກພື້ນແມ່ນ້ຳຂອງ.
ສ່ວນທ່ານ ວິໄລ ຫຼ້າຄຳຟອງ ເນັ້ນໜັກເຖິງຄວາມຕັດສິນໃຈພ້ອມກັບ ຫວຽດນາມປົກປັກຮັກສາ, ເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີ ແບບພິເສດ, ການຮ່ວມມືຮອບດ້ານ, ຫຸ້ນສ່ວນຍຸດທະສາດລະຫວ່າງສອງປະເທດ, ຖືນີ້ແມ່ນຊັບສິນອັນລ້ຳຄ່າ ແລະ ພື້ນຖານສຳຄັນໃຫ້ສະຖຽນລະພາບ, ການພັດທະນາຂອງແຕ່ລະປະເທດ.






