ຂ່າວສານ
ທ່ານເລຂາທິການໃຫຍ່ ໂຕເລິມ: ແຂວງ ຫວິງລອງໃໝ່ ເຕົ້າໂຮມບັນດາປັດໄຈເພື່ອກາຍເປັນສູນເສດຖະກິດໃໝ່
ກ່າວຄຳເຫັນນະທີ່ນີ້, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເນັ້ນໜັກເຖິງການໂຮມ 3 ແຂວງ ຫວິງລອງ, ເບັນແຈ, ຈາວິງ ເຂົ້າກັນ ແມ່ນທາງເລືອກທີ່ມີລັກສະນະບຸກທະລຸ ເພື່ອແນໃສ່ສ້າງໂຄງປະກອບການພັດທະນາຕາມທິດປະສົມ, ຄົບຊຸດ ແລະ ມີປະສິດທິຜົນ; ເປີດພື້ນທີ່ໃໝ່ເພື່ອພັດທະນາທ່າໄດ້ປຽບແກ້ງແຍ້ງໄດ້ເປັນຢ່າງດີທີ່ສຸດ ແລະ ມີລັກສະນະເສີມສ້າງໃຫ້ແກ່ກັນລະຫວ່າງບັນດາທ້ອງຖິ່ນນຳກັນ, ຊຸກຍູ້ການຮ່ວມສຳພັນເສດຖະກິດຢ່າງແທ້ຈິງ. ນີ້ກໍແມ່ນໂອກາດເພື່ອຫັນຈາກຮູບແບບພັດທະນາຕາມຫົວໜ່ວຍແຂວງ ມາເປັນຮູບແບບປະສານສົມທົບພັດທະນາເຂດ, ດ້ວຍຂອບຂະໜາດໃຫຍ່ເພື່ອຊຸກຍູ້ການລົງທຶນຍຸດທະສາດ, ຜັນຂະຫຍາຍບັນດາໂຄງການພື້ນຖານໂຄງລ່າງເຊື່ອມຕໍ່, ຫັນການບໍລິຫານພາກລັດເປັນດີຈີຕອນ, ພັດທະນາເສດຖະກິດສີຂຽວ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢ່າງມີປະສິດທິຜົນ. ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີວ່າ:
“ພາຍຫຼັງໂຮມ 3 ແຂວງ ເຂົ້າກັນແລ້ວ, ແຂວງ ຫວິງລອງໃໝ່ ຕ້ອງມີການຫັນປ່ຽນຢ່າງແຮງ ຈາກຮູບແບບການເຕີບໂຕແບບເກົ່າ ມາເປັນຮູບແບບພັດທະນາອີງໃສ່ນະວັດຕະກຳ, ເສດຖະກິດສີຂຽວ, ເຊື່ອມຕໍ່ເຂດ ແລະ ຫັນເປັນດີຈີຕອນ, ເໝາະສົມກັບຄຳຮຽກຮ້ອງຕ້ອງການພັດທະນາແບບທັນສະໄໝ, ຍືນຍົງ ແລະ ເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງ. ຈຸດສຸມແມ່ນພັດທະນາມີການຄັດຈ້ອນບັນດາຂະແໜງການຫຼັກແຫຼ່ງ, ບົນພື້ນຖານຂຸດຄົ້ນທ່າໄດ້ປຽບເພີ່ມເຕີມລະຫວ່າງສາມທ້ອງຖິ່ນຢ່າງມີປະສິດທິຜົນ.”