• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຮັດ​ວຽກ​ກັບ​ຄະ​ນະ​ປະ​ຈຳ​ຄະ​ນະ​ພັກ​ນະ​ຄອນ ຮ່າ​ໂນ້ຍ

ກ່ຽວກັບວຽກງານຈຸດສຸມເຊິ່ງທາງນະຄອນໄດ້ ແລະ ພວມຜັນຂະຫຍາຍ, ນັ້ນແມ່ນວຽກງານວາງແຜນຜັງ, ຄົມມະນາຄົມສາທາລະນະ, ສິ່ງແວດລ້ອມ, ບຳບັດນ້ຳ… ທ່ານເລຂາທິການໃຫຍ່ ເນັ້ນໜັກວ່າ ນີ້ແມ່ນບັນຫາທີ່ປະຊາຊົນໃຫ້ຄວາມສົນໃຈ ສະເໜີທາງນະຄອນຮ່າໂນ້ຍ ຕ້ອງປະຕິບັດໄດ້ດີກ່ວາ.
ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ການ ເຮັດວຽກ (ພາບ: TTXVN)
ຕອນເຊົ້າວັນທີ 27 ພະຈິກ, ຢູ່ສຳນັກງານຄະນະພັກນະຄອນ ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເຮັດວຽກກັບຄະນະປະຈຳຄະນະພັກນະຄອນ ຮ່າໂນ້ຍ. ກ່າວຄຳເຫັນສະຫຼຸບການເຮັດວຽກ, ທ່ານໄດ້ຕີລາຄາບັນດາໝາກຜົນເຊິ່ງຮ່າໂນ້ຍບັນລຸໄດ້ໃນປີ 2024. ກ່ຽວກັບວຽກງານຈຸດສຸມເຊິ່ງທາງນະຄອນໄດ້ ແລະ ພວມຜັນຂະຫຍາຍ, ນັ້ນແມ່ນວຽກງານວາງແຜນຜັງ, ຄົມມະນາຄົມສາທາລະນະ, ສິ່ງແວດລ້ອມ, ບຳບັດນ້ຳ… ທ່ານເລຂາທິການໃຫຍ່ ເນັ້ນໜັກວ່າ ນີ້ແມ່ນບັນຫາທີ່ປະຊາຊົນໃຫ້ຄວາມສົນໃຈ ສະເໜີທາງນະຄອນຮ່າໂນ້ຍ ຕ້ອງປະຕິບັດໄດ້ດີກ່ວາ. ທ່ານເລຂາທິການໃຫຍ່ ເນັ້ນໜັກວ່າທາງນະຄອນກໍ່ຕ້ອງຍູ້ແຮງການຜັນຂະຫຍາຍບັນດາໂຄງການໃຫຍ່ເພື່ອແນໃສ່ໜູນຊ່ວຍວິສາຫະກິດພັດທະນາ ເພື່ອເສີມຂະຫຍາຍບັນດາຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບກ່ຽວກັບການທ່ອງທ່ຽວ. ກ່ຽວກັບການຫັນເປັນດີຈີຕອນ, ທ່ານເລຂາການໃຫຍ່ ຮຽກຮ້ອງໃຫ້ນະຄອນສືບຕໍ່ເອົາໃຈໃສ່ຊີ້ນຳ, ນຳພາຍູ້ແຮງ ແລະ ປະຕິບັດການຫັນເປັນດີຈີຕອນຢ່າງຄົບຊຸດ, ມີປະສິດທິຜົນໃນທົ່ວລະບົບການເມືອງ.

(ແຫຼ່ງຄັດຈາກ VOV)

ASEAN Cup 2026: ຫວຽດນາມ ປ້ອງກັນແຊັມໄດ້ຢ່າງສໍາເລັດຜົນ

ASEAN Cup 2026: ຫວຽດນາມ ປ້ອງກັນແຊັມໄດ້ຢ່າງສໍາເລັດຜົນ

ຄ່ຳຄືນວັນທີ 26 ສິງຫາ 2026, ທີມຊາດ ຫວຽດນາມ (ເສື້ອແດງ) ໄດ້ສະເໝີກັບ ທີມຊາດ ໄທ (ເສື້ອສີຟ້າ) ດ້ວຍຜົນຄະແນນ 2 – 2 ໃນການແຂ່ງຂັນຮອບຊີງຊະນະເລີດ ນັດທີສອງ ASEAN Cup 2026 ທີ່ຈັດຂຶ້ນຢູ່ ສະໜາມກິລາແຫ່ງຊາດ ໝີດິ່ງ (ຮ່າໂນ້ຍ). ລວມຜົນການແຂ່ງຂັນ 2 ນັດ, ທີມຊາດຫວຽດນາມ ໄດ້ຊະນະດ້ວຍຜົນໄລ່ລວມ 4 – 2, ປ້ອງກັນແຊັມ ASEAN Cup ໄດ້ຢ່າງສໍາເລັດຜົນ.

Top