• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເປັນ​ປະ​ທານ​ການ​ເຮັດ​ວຽກ​ກັບ​ຄະ​ນະ​ການ​ນຳ​ຫລັກ​ແຫຼ່ງແຂວງ​ຢາ​ລາຍ

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານການເຮັດວຽກກັບຄະນະການນຳຫຼັກແຫຼ່ງຂອງແຂວງ ກ່ຽວກັບໝາກຜົນຂອງການປະຕິບັດບັນດາມະຕິຂອງພັກກ່ຽວກັບການພັດທະນາເສດຖະກິດ - ສັງຄົມຢູ່ທ້ອງຖິ່ນ.
ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ການເຮັດວຽກ

ຕອນເຊົ້າວັນທີ 6 ມັງກອນ, ຢູ່ຢາລາຍ, ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານການເຮັດວຽກກັບຄະນະການນຳຫຼັກແຫຼ່ງຂອງແຂວງ ກ່ຽວກັບໝາກຜົນຂອງການປະຕິບັດບັນດາມະຕິຂອງພັກກ່ຽວກັບການພັດທະນາເສດຖະກິດ - ສັງຄົມຢູ່ທ້ອງຖິ່ນ ແລະ ວຽກງານກະກຽມໃຫ້ແກ່ກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນ ມຸ່ງໄປເຖິງກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດ ຄັ້ງທີ XIVຂອງພັກ.

ທີ່ການເຮັດວຽກ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຢັ້ງຢືນຄວາມມານະພະຍາຍາມ, ສູ້ຊົນ ແລະ ບັນດາໝາກຜົນເຊິ່ງແຂວງຢາລາຍບັນລຸໄດ້ໃນໄລຍະຜ່ານມາ. ກ່ຽວກັບທິດທາງໃນໄລຍະຈະມາເຖິງ, ທ່ານເລຂາທິການໃຫຍ່ ເນັ້ນໜັກວ່າ ແຂວງຢາລາຍຕ້ອງພັດທະນາເສດຖະກິດຢ່າງເລິກເຊິ່ງ, ຮອບດ້ານ ແລະ ກວມລວມ ໂອຍອີ່ງໃສ່ການພັດທະນາພື້ນຖານກະສິກຳທີ່ນຳໃຊ້ເຕັກໂລໂນຢີສູງ, ອົງຄະທາດ, ຍືນຍົງ. ທ່ານເລຂາທິການໃຫຍ່ ໂຕເລິມເນັ້ນໜັກວ່າ:

ທາງແຂວງຕ້ອງປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດຢ່າງໂປງໃສ, ສະດວກ, ຄ່າໃຊ້ຈ່າຍຕ່ຳ; ຍູ້ແຮງການພັດທະນາເສດຖະກິດດີຈີຕອນ ແລະ ນະວັດຕະກຳ; ປັບປຸງພື້ນຖານໂຄງລ່າງຄົມມະນາຄົມເຊື່ອມຕໍ່ເຂດຕົວເມືອງ, ເຂດກຳລັງໜູນ, ເຂດວັດຖຸດິບ; ບັນດາສູນເສດຖະກິດ, ພື້ນຖານໂຄງລ່າງຊົນລະປະທານ, ພື້ນຖານໂຄງລ່າງບັນດາຂະແໜງອຸດສາຫະກຳ, ການບໍລິການ ແລະ ພັດທະນາການທ່ອງທ່ຽວ.

(ແຫຼ່ງຄັດຈາກ VOV)

ວິ​ສາ​ຫະ​ກິດ ຫວຽດ​ ຍູ້​ແຮງ​ການ​ເຊື່ອມ​ຕໍ່, ຊອກ​ຫາ​ໂອ​ກາດ​ຢູ່​ຕະຫຼາດ​ເຕັກ​ໂນ​ໂລ​ຢີ ອິນ​ເດຍ

ວິ​ສາ​ຫະ​ກິດ ຫວຽດ​ ຍູ້​ແຮງ​ການ​ເຊື່ອມ​ຕໍ່, ຊອກ​ຫາ​ໂອ​ກາດ​ຢູ່​ຕະຫຼາດ​ເຕັກ​ໂນ​ໂລ​ຢີ ອິນ​ເດຍ

ງານວາງສະແດງ IndiaSoft Expo 2026 ໂດຍກະຊວງອຸດສາຫະກຳ ແລະ ການຄ້າ ອິນເດຍ ຈັດຂຶ້ນຢູ່ນະຄອນຫຼວງ New Delhi, ອິນເດຍ, ແຕ່ວັນທີ 23 – 25 ມີນາ.

Top