• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເປັນ​ປະ​ທານກອງ​ປະ​ຊຸມ​ຄັ້ງ​ທີ 4 ອະ​ນຸ​​ກຳ​ມະ​ການ​ບຸກ​ຄະ​ລາ​ກອນ ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ ພັກ

ຕອນເຊົ້າວັນທີ 25 ມີນາ, ຢູ່ສຳນັກງານສູນກາງພັກ, ຮ່າໂນ້ຍ, ພາຍໃຕ້ການເປັນປະທານຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ໂຕເລິມ, ອະນຸຄະນະກຳມະການບຸກຄະລາກອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງ ພັກຄອມມູນິດ ຫວຽດນາມ ໄດ້ຈັດກອງປະຊຸມຄັ້ງທີ 4 ເພື່ອພິຈາລະນາບາງເນື້ອໃນປັບປຸງ, ເພີ່ມເຕີມຮ່າງທິດທາງວຽກງານບຸກຄະລາກອນຮັບໃຊ້ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ.
ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມ (ພາບ: TTXVN)

ເມື່ອກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານເລຂາທິການໃຫຍ່ ໂຕເລິມ ຊີ້ແຈ້ງວ່າ ເປົ້າໝາຍສຸດທ້າຍແມ່ນຕ້ອງສ້າງຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາທິການສູນກາງພັກ ທີ່ມີຄວາມພົ້ນເດັ່ນກ່ຽວກັບຄວາມສາມາດ, ຄວາມໄວ້ວາງໃຈ, ຄວາມສາມັກຄີ, ຄວາມເປັນເອກະພາບຢ່າງສູງ, ຮ່ວມແຮງຮ່ວມໃຈ, ຕັດສິນໃຈປ່ຽນແປງໃໝ່ປະດິດຄິດສ້າງຢ່າງແທ້ຈິງ ແລະ ປະຕິບັດພາລະກຳ, ບົດບາດຂອງການນຳພັກສຳລັບປະເທດຊາດໃນສັງກາດໃໝ່; ປະກອບສ່ວນນຳມາເຊິ່ງຄວາມອີ່ມໜຳສຳລານ, ສົມບູນພູນສຸກໃຫ້ແກ່ປະຊາຊົນ.

ທ່ານເລຂາທິການໃຫຍ່ໃຫ້ຮູ້ວ່າ ອະນຸກຳມະການບຸກຄະລາກອນ ໂດຍພືິ້ນຖານໄດ້ຕົກລົງເຫັນດີເປັນເອກະພາບຕໍ່ບົດລາຍງານ, ໃບສະເໜີ ແລະ ຮ່າງທິດທາງວຽກງານບຸກຄະລາກອນຮັບໃຊ້ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ, ໃນນັ້ນ, ກຳນົດທິດຈຳນວນ, ໂຄງປະກອບຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາທິການຊຸດທີ XIV; ຮັບປະກັນຄວາມຄົບຊຸດ, ຕິດພັນແໜ້ນແຟ້ນກັບການປະຕິບັດແຜນນະໂຍບາຍ, ມະຕິຂອງຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາທິການຊຸດທີ XIII ກ່ຽວກັບການສັບຊ້ອນ, ປັບປຸງກົງຈັກບັນດາສຳນັກງານ, ອົງການ, ກົມກອງ, ທ້ອງຖິ່ນໃນລະບົບການເມືອງໃຫ້ກະທັດລັດ.

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top