• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ວຽກ​ງານ “ຕອບ​ບຸນ​ແທນ​ຄຸນ” ຍາມ​ໃດ​ກໍ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ໜ້າ​ທີ່​ການ​ເມືອງ​ສຳ​ຄັນ​ແຖວ​ໜ້າ

ພັກ, ລັດ ຍາມໃດກໍຖືວຽກງານ “ຕອບບຸນແທນຄຸນ” ແມ່ນໜຶ່ງໃນບັນດາໜ້າທີ່ການເມືອງທີ່ມີຄວາມສຳຄັນແຖວໜ້າ, ລະບົບນະໂຍບາຍກົດໝາຍບຸລິມະສິດຜູ້ມີຄຸນງາມຄວາມດີໄດ້ຮັບການປັບປຸງໃຫ້ສົມບູນແບບຢ່າງບໍ່ຢຸດຢັ້ງ, ນັບມື້ນັບຄົບຊຸດ ແລະ ມີວັດທະນະທຳມະນຸດ.
ທ່ານເລຂາທິການໃຫຍ່ ໂຕເລິມ ຖ່າຍຮູບພ້ອມກັບຜູ້ຕາງໜ້ານັກຮົບເກົ່າ, ອະດີດຊາວໜຸ່ມຕະລຸມບອນ, ທະຫານລາດປ້ອງກັນຕົວ(ພາບ: VOV)

ເມື່ອເຂົ້າຮ່ວມ ແລະ ເປັນປະທານການພົບປະກັບຜູ້ຕາງໜ້ານັກຮົບເກົ່າ, ອະດີດຊາວໜຸ່ມຕະລຸມບອນ, ທະຫານລາດປ້ອງກັນຕົວຈຳນວນຫຼາຍທີ່ເຂົ້າຮ່ວມການຕໍ່ຕ້ານຍາດເອົາເອກະລາດຊົນຊາດ ທີ່ໄດ້ຈັດຂຶ້ນຢູ່ ຮ່າໂນ້ຍ ໃນຕອນເຊົ້າວັນທີ 09 ເມສາ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ໂຕເລິມ ຢັ້ງຢືນວ່າ ໄຊຊະນະລະດູບານໃໝ່ປີ 1975 ບໍ່ພຽງແຕ່ມີຄວາມໝາຍປະຫວັດສາດສຳລັບຊາດ ຫວຽດນາມ ເທົ່ານັ້ນ, ຫາກຍັງມີຂອບຂະໜາດແຫ່ງຍຸກສະໄໝ, ລະດົມກຳລັງໃຈດຳເນີນຂະບວນການຕໍ່ສູ້ປົດປ່ອຍຊາດໃນທົ່ວໂລກຢ່າງແຮງ. ທ່ານກ່າວວ່າ:

“ຊາວ ຫວຽດນາມ ລຸ້ນຕ່າງໆໃນທຸກວັນນີ້ ແລະ ພາຍພາກໜ້າ ຍາມໃດກໍຈົດຈຳການເສຍສະຫຼະອັນຍິ່ງໃຫຍ່ຂອງບຸກຄົນທີ່ໄດ້ອຸທິດທັງເລືອດເນື້ອເຫື່ອແຮງ, ຊີວິດຂອງຕົນເພື່ອການຄົງຕົວ ແລະ ການພັດທະນາຂອງຊາດ. ຂ້າພະເຈົ້າມີຄວາມຕື້ນຕັນໃຈທີ່ສຸດເມື່ອໄດ້ສະແດງຄວາມຮູ້ບຸນຄຸນຕໍ່ການປະກອບສ່ວນຢ່າງໃຫຍ່ຫຼວງຂອງປະຊາຊົນ, ກຳລັງປະກອບອາວຸດຂອງບັນດາພະຍານຫຼັກຖານປະຫວັດສາດທີ່ໄດ້ປະກອບສ່ວນເຂົ້າໃນພາລະກິດປະຕິວັດຂອງພັກໃນຂະບວນວິວັດທ້ອນໂຮມປະເທດຊາດເປັນເອກະພາບ”.

ທ່ານເລຂາທິການໃຫຍ່ ໂຕເລິມ ຢັ້ງຢືນວ່າ ພັກ, ລັດ ຍາມໃດກໍຖືວຽກງານ “ຕອບບຸນແທນຄຸນ” ແມ່ນໜຶ່ງໃນບັນດາໜ້າທີ່ການເມືອງທີ່ມີຄວາມສຳຄັນແຖວໜ້າ, ລະບົບນະໂຍບາຍກົດໝາຍບຸລິມະສິດຜູ້ມີຄຸນງາມຄວາມດີໄດ້ຮັບການປັບປຸງໃຫ້ສົມບູນແບບຢ່າງບໍ່ຢຸດຢັ້ງ, ນັບມື້ນັບຄົບຊຸດ ແລະ ມີວັດທະນະທຳມະນຸດ.

(ແຫຼ່ງຄັດຈາກ VOV)

ວິ​ສາ​ຫະ​ກິດ ຫວຽດ​ ຍູ້​ແຮງ​ການ​ເຊື່ອມ​ຕໍ່, ຊອກ​ຫາ​ໂອ​ກາດ​ຢູ່​ຕະຫຼາດ​ເຕັກ​ໂນ​ໂລ​ຢີ ອິນ​ເດຍ

ວິ​ສາ​ຫະ​ກິດ ຫວຽດ​ ຍູ້​ແຮງ​ການ​ເຊື່ອມ​ຕໍ່, ຊອກ​ຫາ​ໂອ​ກາດ​ຢູ່​ຕະຫຼາດ​ເຕັກ​ໂນ​ໂລ​ຢີ ອິນ​ເດຍ

ງານວາງສະແດງ IndiaSoft Expo 2026 ໂດຍກະຊວງອຸດສາຫະກຳ ແລະ ການຄ້າ ອິນເດຍ ຈັດຂຶ້ນຢູ່ນະຄອນຫຼວງ New Delhi, ອິນເດຍ, ແຕ່ວັນທີ 23 – 25 ມີນາ.

Top